เทศน์ยันทุนภาษาลาว ເທດຍັນທູນ ຄູບາມະຫາຄຳມະນີ LAO DHAMMA ONLINE

Поделиться
HTML-код
  • Опубликовано: 9 окт 2024
  • ຍັນທຸນນິມິດຕັງ
    ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ ( 3 ເທຶ່ອ )
    ນະໂມ ຕັດສັດຖູ ຍັນທຸນນິມິດຕັງ ອະວະມັງຄະລັນຈະ ໂຍ ຈາມະນາໂປ ສະກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ພຸດທານຸພາເວນະ ທັມມານຸພາເວນະ ສັງຄານຸພາເວນະ ວິນາສະເມນຕູຕິ ສາທະໂວ ດູຣາສັບປຸຣິສະທັງຫຼາຍ ຝູງປາຖະໜາຫາຍັງສຸກສາມປະການ ມີນິຣະພານເປັນທີ່ແລ້ວ ແລະ ມັກໄຄ່ຈັກຜາບແພ້ ຂາບໄໄລ່ໂພຍພັຍທັງເຄາະເຂັນຈັງໄຮ ແລະໂຣຄາພະຍາດ ທັງອຸບາດອົນຕາຍອັນມີພາຍໃນແລະພາຍນອກຂັນທະສັນດານ ກ່າວຄືວ່າ ຣາຊພັຍ ໂຈຣະພັຍ ອັກຄີພັຍ ອຸທະກະພັຍ ມໍຣະນະພັຍ ແລະ ສັບພະຄວາມບໍ່ເພິ່ງພໍໃຈຕ່າງໆ ອັນແຊກເຂົ້າໃນຣະຫວ່າງກ່າວຄືວ່າ ເຄາະປີ ເຄາະເດືອນ ເຄາະວັນ ເທວະດາບັນດານນິມິດໃຫ້ເຫັນເຫດຕ່າງໆ ໃນຣະຫວ່າງເຮຶອນຊານ ແລະເຄຶ່ອງອຸປະໂພກບໍຣິໂພກ ເຄຶ່ອງນຸ່ງຫົ່ມນານາ ທັງສັດສາງົວຄວາຍຂອງ້ຽງ ຜິດສັງເກດໃຫ້ເຫັນອຸປັດຕິເຫດ ແລະບຸບພະນິມິດອັນບໍ່ດີ ເປັນສິ່ງກາລະກິນີອັນມີໂທດແທ້ ຝູງເຖົ້າແກ່ພໍ່ແມ່ ແລະ ລຸງຕາ ກັບທັງວົງສາຍາຕິກາພີ່ນ້ອງ ເຫັນຄວາມດຽວພໍ່າພ້ອມ ນຶກໜ່ຽວນ້ອມເອົາຍັງຄຸນພຣະສັບພັນຍູອົງປະເສີດ ພຣະທັມອັນລໍ້າເລິດສິບປະການ ພຣະອະຣິຍະສົງຜູ້ເບີກບານ ສີ່ຄູ່ ກັບທັງໝູ່ພຣະສົມມຸດຕິສົງຕົນທະຣົງສິນອັນບໍຣິສຸດໃສສະອາດ ອັນເປັນພຣະຣັຕນະໄຕຣແກ້ວອາດທັງສາມ ມີເຕຊະອານຸພາບງາມຫຼາຍເຫຼຶອແຫຼ່ ຈົ່ງມາເປັນທີ່ເພິ່ງຜານແພ້ຝູງໝູ່ໂພຍພັຍ ກໍາຈັດເຄາະເຂັນຈັງໄຣ ນິມິດອັນບໍ່ດີແລະ ອຸປັດທະວະກັງວົນອົນຕາຍທັງຫຼາຍອັນໄດ້ເຫັນແລໄດ້ຍິນແລ້ວນັ້ນໃຫ້ຫາຍສ້ຽງສູນໄປ ຈິ່ງໄດ້ນິມົນພຣະສັງຄະເຈົ້າມາສູດ ພຣະພຸດທະມົນເພຶ່ອງຣະງັບກໍາຈັດນິມິດອັນບໍ່ດີເຫຼົ່ານັ້ນ ໃຫ້ສ້ຽງສູນໄປ ສົມດັ່ງໃນຄາຖາອັນເປັນໄວຍາກອນພາສິດເວ່າ ຍັນທຸນນິມິດຕັງ ອະວະມັງຄະລັນຈະ ດັ່ງນີ້ເປັນເຄົ້າ ຍັງ ທຸນນິມິດຕັງ ຈະ ອັນວ່າ ນິມິດອັນຊົ່ວຮ້າຍອັນໃດກໍດີ ຍັງອະວະມັງຄະລັງ ຈະ ອັນວ່າ ສິ່ງອັນບໍ່ເປັນມຸງຄຸນອັນໃດກໍດີ ສັດໂທ ອັນວ່າສຽງແຫ່ງນັກອັນບໍ່ຖືກເນຶ້ອເພິ່ງໃຈ ອັນໃດກໍດີ ປາປັກຄະໂຫ ອັນວ່າບາບເຄາະເຂັນເຫດຮ້າຍອັນໃດກໍດີ ທຸດສຸປິນັງ ອັນວ່າຄວາມຜັນອັນຊົ່ວຮ້າຍ ອັນບໍ່ເປັນທີ່ຊອບໃຈ ອັນໃດກໍດີເຊິ່ງມີຢູ່ ຂໍໃຫ້ສິ່ງອັນປິຊົ່ວຮ້າຍທີ່ບໍ່ເພິ່ງພໍໃຈທັງຫຼາຍຝູງນັ້ນ ວິນາສະເມຕຸ ກໍຈົ່ງພະລັນສ້ຽງສູນໄປດ້ວຍອານຸພາບແຫ່ງພຣະຣັດຕະນະໄຕຣຄື: ພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງຄະເຈົ້ານັ້ນເຖິ້ນ ນິມິດອັນຊົ່ວຮ້າຍນັ້ນ ໄດ້ແກ່ສິ່ງທີ່ເຫັນຜາກົດຂຶ້ນມາ ຈໍາເພາະຕໍ່ໜ້າເປັນຕົ້ນວ່າ ຄ້ອງ ກອງ ຣະຄັງ ດັງຂຶ້ນເອງ ແອ່ນໍ້າ ໝໍ້ໜຶ້ງຮ້ອງ ແມງມຸມຕຶງທ້ອງ ໜູຮ້ອງໃນເຮຶອນ ຜິດທັມມະດາ ໄກ່ສີ່ຂາ ໝາອອກລູກເທິງເຮືອນ ເລຶອດຕົກ ນົກຕາຍຕໍ່ໜ້າ ກິ່ງໄມ້ງ່າຫັກລົງມາ ງົວຄວາຍຖືກບ້ວງ ແລະ ເກຶອກສິກ ເຮຶອນຮ້ອງລອກຄາບ ຕາສະເມັ່ນ ເຫັນງູທໍາທານກາງເວັນຂຶ້ນເຮຶອນ ຂີ້ໄກ່ຂາງ ແມງວັນຂີ້ໃສ່ເຄຶ່ອງນຸ່ງຫົມ ແລະ ຟ້າຜ່ານາ ຊາຍຄາເຮຶອນ ແລະ ຫຼັງເຮຶອນເຫຼົ່ານີ້ ເປັນນິມິດອັນຊົ່ວຮ້າຍແທ້ ສູ່ອັນແລ ສຽງນົກອັນເປັນທີ່ບໍ່ຊອບໃຈນັ້ນ ໄດ້ແກ່ສຽງນົກກູ້ຫູກ ນົກເຄົ້າແມວ ນົກຂີ້ຖີ່ ແລະບ່າງລົ້ວ ສຽງພາຍດັງກູ່ຮ້ອງ ກຸກຮຽກຮ້ອງ ຮັບເອົາຂວັນທັງຂ້າງລຸ່ມ ແລະ ຂ່າງເທິງ ສຽງອັນບໍ່ເພິງໃຈດັງຢູ່ ເທິງອາກາດເປັນສຽງບໍ່ພໍໃຈສັກຢາກແທ້ດີຫຼີ ເຮັດໃຫ້ຂົນຫົວພອງສຍອງເກົ້າ ໃຈສັ່ນ ຫວັ່ນໄຫວໄປມາ ບາບເຄາະນັ້ນໄດ້ແກ່ເຄາະປີ ເຄາະເດຶອນ ເຄາະວັນ ແລະ ເຄາະຍາມ ກັບທັງພຣະສຸກເຂົ້າພຣະເສົາແຊກ ພຣະຣາຫູຕ້ອງລັກຄະນາຕົວເພິ່ງຕົວສເວີຍຊາຕາຂາດທາດສູນ ເຮຶອນເຂັດຂວາງຈັງໄຮ ທັງພຣະພູມເຈົ້າທີ່ ເຊິ່ງໃຫ້ຮ້າຍແກ່ເຈົ້າຂອງບ້ານເຮຶອນ ໂຮມກັນແລ້ວໄດ້ຊື່ວ່າບາບເຄາະແລ ຄວາມຝັນອັນບໍ່ດີ ບໍ່ເປັນທີ່ເພິ່ງພໍໃຈນັ້ນ ໄດ້ແກ່ຝັນຕ່າງໆຄືຝັນວ່າ ໄດ້ອວດອ້າງໂຫນໂຕ ຝັນວ່າໄດ້ຟ້ອນໂຮ ແລະ ເຕັ້ນລໍາຂັບຮ້ອງ ແຕ່ງເພດຢ້ອງເອ້ອວດກາຍາ ຝັນວ່າມະຫິງສາ ງົວຄວາຍຊົນຕົກກົກໄມ້ຝັນວ່າເຂົາຈັບໄດ້ ຜູກມັດໃສ່ໂສ້ ແລະ ຂຶ່ຄາ ຝັນວ່າແຂ້ວຫລຸດຫລ່ອນເສັຍໄປ ຝັນວ່າໄດ້ຂີ່ອາຊາໄນ ແລະ ກວຽນຣົດຮ້າງ ຝັນວ່າຫລິ້ນຕ່າງໆ ມີຫລິ້ນວ່າຂີ່ເຮຶອນບິນ ແຫ່ກະຖິນແລະບັ້ງໄຟ ຄວາມຝັນເຫລົ່ານີ້ເປັນຄວາມຝັນອັນຊົ່ວຮ້າຍແທ້ດີຫລີ ອຸປັດຕິເຫດຮ້າຍທັງສີ່ປະການນີ້ໄດ້ແກ່ ນິມິດອັນຊົ່ວຮ້າຍໜຶ່ງ ສຽງນົກທີ່ບໍ່ໜ້າຊອບໃຈໜຶ່ງ ບາບເຄາະທີ່ຊົ່ວຮ້າຍໜຶ່ງ ແລະ ຝັນຮ້າຍຕ່າງໆນຶ່ງ ເຫຼົ່ານີ້ຊື່ວ່າເປັນສິ່ງອະວະມຸງຄຸນ ຄື ເປັນຂອງບໍ່ດີໃຫ້ໂທດແທ້ ແກ່ຜູ້ໄດ້ປະສົບພົບເຫັນໃຫ້ໄດ້ຮັບໂທດຕ່າງໆ ນາໆ ມີຄວາມຈິບຫາຍວິນາດ ສົມບັດຂາດສູນໄປ ທັງງົວຄວາຍ ແລະ ຊ້າງມ້າ ທັງຕາກ້າ ແລະ ໄຮ່ນາທັງເຮຶອນຊານ ລາງພ່ອງເກິດປ່ວຍໄຂ ແລະ ເຈັບຫົວ ທັງຜົວເມັຍ ແລະ ລູກເຕົ້າ ກັບທັງພໍ່ແມ່ເຄົ້າຊໍ້າພັດເລົ່າສູນເສັຍ ຝູງຄົນເຄີຍເຫັນມາແຕ່ປ່າງກ່ອນ ຈິ່ງຢ່ານຢ່ອນຕົກໃຈຄຶດຫາສິ່ງບ້ອງກັນພັຍທັງສີ່ນີ້ບໍ່ໃຫ້ມາເຖິງຕົນ ລາງຄົນຫາໝໍມາເສັຍລາງສະເດາະເຄາະ ບວງສວງເທວະດາດ້ວຍວັດຖຸສິ່ງຂອງຂອງຕ່າງໆ ເປັນຕົ້ນວ່າມີເຂົ້າດໍາ ເຂົ້າແດງແກງສົ້ມ ແລະ ແກງຫວານ ໂທງສາມແຈສີ່ຈອກ ແລະ ເກົ້າຫ້ອງ ເກົ້າຫລັກ ເກົ້າບັກ ແລະ ເກົ້າຊັ້ນ ລາງພ່ອງນັ້ນຊໍ້າໄປໄຫວ້ກົກໄມ້ໃຫຍ່ ແລະ ພູດອຍ ເປັນທີ່ເພິ່ງອາສັຍຂອງຕົນ ແຕ່ທີ່ເພິ່ງເຫຼົ່ານີ້ ບໍ່ຈັດວ່າເປັນທີ່ເພິ່ງອັນອຸດົມ ສົມກັບພຣະພຸດທພາສິດວ່າ: ພະຫຸງເວ ສະຣະນັງ ຍັນຕິ ປັບພະຕານິ ວະນານິ ຈະອາຣາມະຣຸກຂະເຈຕະຍານິ ມະນຸດສາ ພະຍະຕັດຊິຕາ ດັ່ງນີ້ເປັນເຄົ້າ ມະນຸດສາ ອັນວ່າມະນຸດທັງຫຼາຍ ເມຶ່ອພັຍມາຄຸກຄາມເຖິງຕົນເຂົ້າແລ້ວ ຍ່ອມເອົາພູດອຍ ປ່າໄມ້ ແລະ ອາຣາມຕົ້ນໄມ້ແລ ເຈດີ ມາເປັນທີ່ເພິ່ງ ທີ່ຈັ້ງແລທີ່ເພິ່ງໄດ້ແທ້ຈິງນັ້ນ ໄດ້ແກ່ການນ້ອມນຶກເອົາຍັງຄຸນພຣະພຸດທະເຈົ້າ ຄຸນພຣະທັມມະເຈົ້າ ແລະ ຄຸນພຣະສັງຂະເຈົ້າມາເປັນທີ່ເພິ່ງ ສາມາດກໍາຈັດໂພຍພັຍອົນຕາຍ ແລະ ຫ້າມເຫດຮ້າຍຊົ່ວຈັ່ງໄຮໄດ້ສົມດັ່ງເທສນາອັນມາໃນພຸດທະພາສິດວ່າ ໂຍ ຈະ ພຸດທັນ ຈະ ທັມມັນ ຈະ ສັງຄັນ ຈະ ສະຣະນັງ ຄະໂຕ ດັ່ງນີ້ເປັນເຄົ້າຜູ້ໃດໄດ້ເຂົ້າເຖິງພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງຂະເຈົ້າວ່າ ເປັນທີ່ເພິ່ງແລ້ວ ຍ້ອມພົ້ນຈາກທຸກພັຍອັນຕະຣາຍທັງປວງ ແລະ ຄວາມສະນຽດຈັງໄຮທັງຫຼາຍ ທີ່ໄດ້ເຫັນ ແລະ ໄດ້ຍິນ ເຊິ່ງເກິດມີໃນຢ້າວເຮຶອນຊານ ແລະ ໄຮ່ນາເປັນຕົ້ນນັ້ນ ກໍຈັກວິນາດສ້ຽງສູນໄປຍ້ອນອານຸພາບຄຸນຂອງ ພຣະຣັດຕະນະໄຕຣນັ້ນແທ້ແລ ຂໍທ່ານທັງຫຼາຍມີ ພໍ່ເຮຶອນ ແລະ ແມ່ເຮຶອນເປັນຕົ້ນ ຜູ້ໄດ້ຮັບທຸກ ຈົ່ງຢ່ານມີທຸກ ຜູ້ມີພັຍຈົ່ງຢ່າມີພັຍ ແລະ ຜູ້ເຖິງຄວາມໂສກເສົ້າເສັຍໃຈ ກໍຈົ່ງຢ່າໄດ້ມີຄວາມເສົ້າໂສກເຖີ້ນ ກັບທັງຂໍອັງເຊິນເທພະດາເຈົ້າທັງຫຼາຍຈົ່ງຊົມຊື່ນອະນຸໂມທະນານໍາບຸນ ອັນທ່ານທັງຫຼາຍໄດ້ເຮັດແລ້ວ ດ້ວຍເຫດພຽງທໍ່ນີ້ ເພື່ອໃຫ້ແລ້ວຍັງສົມບັດທຸກເຍື່ອງຄືເຄຶ່ອງຄໍ້າມິ່ງມຸງຄຸນ ໃນຢ່າວເຮຶອນ

Комментарии • 89