ลาบหมากจอง|ລາບໝາກຈອງ

Поделиться
HTML-код
  • Опубликовано: 11 окт 2024
  • ລາບໝາກຈອງ
    1. ເຄື່ອງປະກອບ
    ໝາກຈອງ 30 ໝາກ
    ປານິນ 1 ໂຕ
    ຫອຍຊາຍ 1 kg
    ໝາກຖົ່ວ 5 ຟັກ
    ໝາກແຄ້ງ 5 ພວງ
    ໝາກເຂືອ 5 ໜ່ວຍ
    ຄ່າອ່ອນ 1 ຫົວນ້ອຍ
    ຫົວສີໃຄ 2 ຫົວ
    ຫອມບົ່ວ
    ຫອມປ້ອມ
    2. ເຄື່ອງປຸງ
    ແປ້ງນົວ 2 ບ່ວງຊາ
    ເກືອ 1 ບ່ວງ
    ນໍ້າປາແດກຕົ້ມ 4-5 ບ່ວງແກງ
    ເຂົ້າຂົ້ວ 2 ບ່ວງແກງ
    ພິກປົ່ນຂົ້ວ 1-2 ບ່ວງແກງ
    3. ການກະກຽມ
    ແຊ່ໝາກຈອງໃສ່ນໍ້າສະອາດ ປະໃຫ້ຜຸບານ 20- 25 ນາທີ; ຫຼັງຈາກນັ້ນເອົາໝາກຈອງມາເລືອກເປືອກ ແລະ ໄນອອກເອົາແຕ່ນວນ
    ຄົວປາໃຫ້ສະອາດ ນໍາໄປຕົ້ມໃສ່ເຄື່ອງຫອມຄົບຊຸດແບບຕົ້ມປົ່ນ ແລ້ວມາໄຈເອົາແຕ່ຊີ້ນຕໍາປົ່ນໃຫ້ມຸ່ນ
    ລ້າງຫອຍໃຫ້ສະອາດນໍາໄປຕົ້ມ ແລ້ວຈິ້ມເອົາແຕ່ຊີ້ນຫອຍ
    ລ້າງຜັກທຸກຢ່າງໃຫ້ສະອາດແລ້ວຊອຍເປັນຕ່ອນນ້ອຍ
    ປິດໝາກແຄ້ງ ຊອຍໝາກເຂືອ-ໝາກຖົ່ວເປັນຕ່ອນນ້ອຍ
    ຊອຍຫົວສີໃຄໃຫ້ແລບໆ-ຊອຍຄ່າຕ່ອນນ້ອຍໆ
    4. ການປຸງ
    ນໍາເອົາເຄື່ອງປະກອບທຸກຢ່າງໃສ່ຊາມ ຫຼື ພາຊະນະທີ່ກຽມໄວ້ ປຸງລົດຊາດດ້ວຍແປ້ງນົວ, ເກືອ, ເຂົ້າຂົ້ວ, ພິກປົ່ນ, ນໍ້າປາແດກ ຄົນໃຫ້ເຂົ້າກັນ ແລ້ວຊິມລົດຊາດໃຫ້ພໍດີ ຖ້າບໍ່ພໍດີໃຫ້ປຸງເພິ່ມ; ສໍາເລັດແລ້ວຕັກໃສ່ຖ້ວຍຮັບປະທານໄດ້.
    ຫວັງວ່າວີດີໂອນີ້ຈະມີປະໂຫຍດສໍາລັບທ່ານບໍ່ຫຼາຍກໍໜ້ອຍ ຂໍຂອບໃຈທຸກໆທີ່ຕິດຕາມ ແລະ ຮັບຊົມ.

Комментарии • 12