ເງິນກີບ ແລະ ບິດຄອຍໃນລາວໜ້າເປັນຫວງທີ່ໃນເວລານີ້ เงินกีบ และ Bitcoin ในลาวน่าเป็นหวงที่สุดในเวลานี้

Поделиться
HTML-код
  • Опубликовано: 28 июн 2023
  • ສະບາຍດີ ທ່ານຜູ້ຊົມ ມື້ນີ້ເຮົາມາວິເຄາະເບິ່ງຄຳເວົ້າຂອງ ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ທີ່ໄດ້ສະເໜີຕໍ່ວາລະກອງປະຊຸມສະໄໝສາມັນເທື່ອທີ 5 ສຊ ຊຸດທີ 9 ໃນວັນທີ 27 ມີຖຸນາ 2023 ນີ້ວ່າ ມີຫຍັງແດ່ທີ່ເປັນເດັນສຳຄັນຕໍ່ກັບແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນຂອງເງິນຕາ ກ່ອນອື່ນຕ້ອງຍອມຮັບວ່າ ທ່ານ ນາງ ວາລີ ເວດສະພົງ ເປັນ ສຊ ຄົນໜື່ງທີ່ມີຄຳເຫັນແບບກົງໄປກົງມາ ບໍ່ວ່າຈະເປັນເລື່ອງທີ່ລັດຖະບານຕິດໜີ້ເງິນເດືອນຂອງພະນັກງານລັດ ເງິນເດືອນອອກຊ້າ ຫຼື ວ່າ 2-3ເດືອນໄດ້ເທື່ອໜຶ່ງ, ເລື່ອງການແລກປ່ຽນເງິນຕາ ການແກ້ໄຂພາວະເງິນເຟີ້, ເລື່ອງຂອງການຂຸດເມືອງບິດຄອຍ ແລະ ອື່ນໆ ທີ່ປະຊາຊົນຫຼາຍຄົນໄດ້ໃຫ້ໄດ້ຄວາມ ສົນໃຈ, ໄດ້ຊື່ນຊົມນິຍົມທ່ານ ທີ່ມີຄວາມກ້າຫານສະເໜີຕໍ່ ກອງປະຊຸມ ແຕ່ລະຄັ້ງທີ່ຜ່ານມາ ຈົນມີກຸ່ມຄົນບາງຄົນວ່າຢາກໃຫ້ທ່ານເປັນຜູ້ນຳ ຫຼື ເປັນນາຍົກລາວຄົນຕໍ່ໄປ ໃນອະນາຄົດ. ເຊິ່ງໃນກອງປະຊຸດນີ້ທ່ານກໍ່ໄດ້ມີຄຳເຫັນ ແລະ ຄຳສະເໜີຕໍ່ລັດຖະບານດັ່ງນີ້:
    1. ການອອກພັນທະບັດ ລັດຖານໄດ້ມີການປະເມີນຄືນແລ້ວບໍ່ ແລະ ມັນຕອບໂຈດຫຼືຍັງ ເພາະວ່າມີການໃຊ້ ຄິບໂຕເຄີເລັນຊີ ນັ້ນໝາຍຄວາມວ່າເຮົາບໍ່ໄດ້ໃຊ້ແຕ່ເງິນກີບ ເຮົາໃຊ້ເງິນ 3-4 ສະກຸນເຊິ່ງມັນມີຜົນກະທົບຕໍ່ປະລີມານ M2 ບາດນີ້ M2 ໝາຍເຖິງຫຍັງ ? M2 ໝາຍເຖິງ ປະລິມານຂອງເງິນໃນລະບົບ ໃນນີ້ກໍ່ມີຕັ້ງແຕ່ M1, M2 ແລະ M3 ເຊິ່ງ M2 ມີສູດຄິດໄລ່ດັ່ງນີ້:
    M2 = NFA + DCR - OTN
    NFA : ສິນຊັບຕ່າງປະເທດທັງໝົດຂອງລະບົບການເງິນ
    DCR : ສິນເຊື່ອລວມທັງໝົດໃນປະເທດ
    OTN : ໜີ້ສິນຕ່າງໆ (ໜີ້ສິນທັງໝົດ)
    DCR = NCG + CNFPE + CLG + CP
    NCG : ສິນເຊື່ອທັງໝົດທີ່ລະບົບການເງິນໃຫ້ແກ່ລັດຖະບານ
    CNFPE : ສິນເຊື່ອທີ່ລະບົບການເງິນໃຫ້ແກ່ລັດວິສະຫະກິດ ທີ່ບໍ່ແມ່ນສະຖາບັນການເງິນ
    CLG : ສິນເຊື່ອທີ່ລະບົບການເງິນໃຫ້ແກ່ລັດຖະບານທ່ອງຖິ່ນ ຫຼື ຜູ້ບລິຫານຂັ້ນທ່ອງຖິ່ ແລະ ສົ່ງເສີມກະສິກຳ
    CP : ສິນເຊື່ອທີ່ລະບົບການເງິນໃຫ້ແກ່ພາກເອກະຊົນ
    ໃນນີ້້ ທ່ານ ນາງ ວາລີ ເວດສະພົງ ໄດ້ຍົກໃຫ້ເຫັນວ່າ ໃນເມື່ອລັດຖະບານມີການປະກາດຂາຍພັນທະບັດ ກໍ່ເຮັດໃຫ້ຫຼາຍຄົນມີການເອົາເງິນສົດ ຫຼື ເງິນໃນບັນຊີທີ່ເປັນສະກຸນເງິນກີບໄປຊື້ພັນທະບັດເພາະວ່າມັນໄດ້ຫຼາຍກວ່າ ເຮັດເງິນກີບຢູ່ໃນລະບົບທະນາຄານຂາດ ບາດນີ້ຕັ້ງຄຳຖາມວ່າ ໃນເມື່ອເງິນຂາດແລ້ວ ເປັນຫຍັງເງິນກີບບໍ່ມີຄ່າ? ບັນຫານີ້ມັນເກີດຂື້ນຍ້ອນເຮົາໃຊ້ເງິນຫຼາຍສະກຸນເພາະວ່າເຮົາບໍ່ມີເງິນກີບເຮົາກໍ່ສາມາດເງິນຕາໄດ້ ຫຼື ເງິນສະກຸນອື່ນໄດ້ ໂດຍບໍ່ຜິດກົດໝາຍ, ຄົນລາວໃຊ້ເງິນຕາເງິນບາດ, ເງິນໂດລາຢູ່ຕະຫຼາດແມ່ນບໍ່ຜິດກົດໝາຍ ນີ້ແຫຼະຄືເປັນຫຍັງເງິນ ກີບຈື່ງບໍ່ມີຄ່າ ເພາະເຮົາບໍ່ໄດ້ໃຊ້ເງິນກີບສະກຸນດຽວ ແລະ ເຮົາບໍ່ສາມາດຄວບຄຸມໄດ້ໝົດ ແມ່ນແຕ່ກະທັງມີແຈ້ງການ ອອກມາວ່າໃຫ້ສາມາດເກັບຄ່າໄຟຟ້າເປັນເງິນຕາອີກ ເຊິ່ງມັນເປັນການທຳລາຍສະກຸນເງິນເຮົາເອງ.
    2. ທ່ານໄດ້ໃຫ້ຂໍ້ມູນກ່ຽວກັບສະກຸນໂດລາ ແລະ ສະກຸນເງິນຕ່າງປະເທດ ຢູ່ນອກລະບົບແມ່ນ ມີຫຼາຍອີຫຼີ ໂດຍການຍອມຮັບ ແລະ ຢັ້ງຢືນຈາກບັນດາທະນາຄານຂອງລາວ ແລະ ໄດ້ມີຂະບວນການຕັ້ງລະບົບ ປັ້ນເງິນຂື້ນມາ ບັນ ຫານີ້ລັດຖະບານຈະແກ້ໄຂແນວໃດ ເຊິ່ງທ່ານໄດ້ສະເໜີວ່າຕ້ອງມີການຕັ້ງໂຕະຂື້ນເພື່ອມາສົນທະນາ ມາດີເບດກັນ ຊອກຫາວິທີທາງແກ້ໄຂບັນຫາດັ່ງກ່າວນຳກັນ.
    3. ການຊື້ຂາຍເງິນຄຣິບໂຕເຄີເລັນຊີ ທ່ານວ່າ ມີຄວາມເປັນຫວງຫຼາຍ ຢາກໃຫ້ລັດຖະບານທົບທວນຄືນວ່າ ເຮົາຊິໄດ້ຫຍັງຈາກການຊື້ຂາຍເງິນຄຣິບໂຕເຄີເລັນຊີ ເພາະວ່າສະພາບປັດບັນ ບິດຄອຍມີຄ່າລົງເລື້ອຍໆ ແມ່ນແຕ່ ປະເທດມະຫາອຳນາດທີ່ເຂົາເປັນຄົນຄຸມເງິນສະກຸນໂດລາ ເຂົາກໍ່ໄດ້ກຳນົດວ່າ Binance ແມ່ນຜິດກົດໝາຍ ເຊິ່ງຕິດພັນກັບນະໂຍບາຍ ຫຼື ກົດໝາຍຂອງລາວວ່າ ໃຫ້ສາມາດໃຊ້ ຊື້-ຂາຍເງິນຄຣິບໂຕເຄີເລັນຊີ ຖ້າລາວຄຸມບໍ່ ໄດ້ມັນກາຍເປັນຫາທີ່ແກ້ຍາກ.
    4. ທ່ານເວົ້າວ່າການຊື້ຂາຍຄໍາ ຫຼື ທອງຄໍາ ປັດຈຸບັນລາວມີການຊື້ຄໍຳເຂົ້າມາໃນປະເທດຫຼາຍ ນັ້ນໝາຍຄວາມ ການຊື້ຄຳເຂົ້າມາຫຼາຍປານໃດ ເງິນຕາເຮົາກໍ່ອອກຈາກປະເທດຫຼາຍເທົ່ານັ້ນ ແລ້ວມັນມີຄວາມຈຳເປັນບໍ່ທີ່ຈະຕ້ອງຊື້ຄຳ ເຂົ້າມາ ຢາກໃຫ້ທາງລັດຖະບານເບິ່ງຄືນ.
    5. ຢາກໃຫ້ລັດຖະບານອອກມາແກ້ຂ່າວທີ່ມີເພຈ ຫຼື ແຫຼ່ງສື່ຕ່າງໆໄດ້ໂພສວ່າປະເທດລາວໃຊ້ຢວນ ໃນການ ຊື້ຂາຍໄດ້ ຕໍ່ກັບບັນຫາໂຕນີ້ລັດຖະບານຈະຢູ່ນິງເສີຍບໍ່ໄດ້ ລັດຖະບານຕ້ອງອອກມາແກ້ ເພາະມັນສ້າງຄວາມເສຍຫາຍ, ສ້າງຄວາມບໍ່ເຊື່ອໝັ້ນໃຫ້ກັບສະກຸນເງິນກີບ.
    6. ແມ່ນເລື່ອງຂອງການໃຊ້ລົດ EV ລົດໄຟຟ້າໃນປະເທດ ເນື່ອງຈາກປະເທດລາວມີທ່າແຮງເລື່ອງ ການຜະລິດພະລັງງານໄຟຟ້າ ສະນັ້ນຕໍ່ກັບນະໂຍບາຍການນຳໃຊ້ລົດໄຟຟ້າພາຍໃນປະເທດ ແມ່ນໃຫ້ການສົ່ງເສີມ ຢ່າງສຸດກຳລັງ ເພື່ອຫຼຸດຜ່ອນການນຳເຂົ້ານ້ຳມັນ ເຊື້ອໄຟຈາກຕ່າງປະເທດ.
    7. ການສົ່ງອອກແຮ່ທາດຕ່າງໆທີ່ທາງລັດຖະບານໄດ້ 30% ນັ້ນ ຢາກໃຫ້ເຂັ້ມແຂງ ເຂັ້ມງວດຂື້ນຕື່ມ ເມື່ອສະພາ ໄດ້ອະນຸມັດໄປແລ້ວ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາ ແມ່ນຢູ່ວ່າໄດ້ເຊັນສັນຍາໄປແລ້ວ ແຕ່ສາມາດ ເຈລະຈາຄືນໄດ້ ໂດຍສະເພາະເຈລະຈາບັນດາແຮ່ທາດຕ່າງໆທີ່ເຮົາມີຢູ່ນັ້ນ ເອິ້ນມາລົມກັນຄືນ, ຕໍ່ລອງບັນຫາຕ່າງໆ ເພື່ອເຮັດໃຫ້ເງິນກີບມີຄ່າຂື້ນ ຫຼຸດພົ້ນຈາກສະພາວະເງິນຟຶດແລະເງິນເຟີ້ຂອງລາວ ປັດຈຸບັນ.

Комментарии • 61

  • @naojs2182
    @naojs2182 20 дней назад +2

    ຂ້ອຍດີໃຈຫລາຍທີ່ເຈົ້າເວົ້າມັນຖືກຕ້ອງເວົ້າລວມແລ້ວລັດທະບານລາວບໍລິຫານເງີນບໍ່ເປັນ.ໃຊ້ເງີນຫລາຍສະກຸນ.ຂ້ອຍໃຫ້ໄປຮຽນນຳວຽດນຳຈີນ.ດ້ານບໍລິຫານການເງີນ.ຂອງລັດ.

  • @user-om6kb3df9v
    @user-om6kb3df9v 11 месяцев назад

    ຊົມເຊີຍ

  • @user-xe5ol2xr7c
    @user-xe5ol2xr7c 8 месяцев назад

    ເຫັນດີ

  • @SkLpb-hf9ix
    @SkLpb-hf9ix 11 месяцев назад

    🎉

  • @tyudfg3580
    @tyudfg3580 8 месяцев назад +1

    ยอมรับ.ส.ส.คนนี้เก่งจริงหน้าจะให้เป็นรัฐมนตรีหรือให้เป็นนายกไปเลยถ้าลาวมีคนเก่งจริงแบบนี้สักครึ้งกองประชุมประเทศลาวเจริญไปนานแล้วส่วนที่เหลือครึ้งหนึ่งความสามารณแค้.อบต.

  • @user-mv8uo5fo9l
    @user-mv8uo5fo9l 20 дней назад +1

    ເບິງຄືນພວກປອ່ຍເງິນເວລາໂຄຊະນາລົງໂຊວຽວເຫັນແຕເງິນໂດລາເງິນບາດຂາຍດິນຂາຍດອນກະໂຄຊະນາຕິດປ້າຍລາຄາເປັນເງິນບາດເງິນໂດລາ

  • @user-qn2yv8nv2p
    @user-qn2yv8nv2p 10 месяцев назад

    👏👏🥰🥰🙏🏻🙏🏻

  • @AQing-wv9ni
    @AQing-wv9ni 8 месяцев назад

    ການນຳໃຊ້ລົດໄຟ້າໄນລາວທາງທີ່ດີຕ້ອງໃຫ້ບໍລີສັດເອົາສີ້ນສ່ວນມາປະກອບຢູ່ລາວເລີຍ.ໂດຍຍົກເວັ້ນພາສີສີນຳເຂົ້າສ່ວນນັ້ນສະເພາະ..ພ້ອມໃຫ້ບໍລີສັດລົງທືນສ້າງບ່ອນສາກຟຮີໄນສາທາລະນະອິກດ້ວຍ.(ວິຊາການແມ່ນເອົາຄົນຊາດນັ້ນມາແຕ່ກຳມະກອນທົ່ວໄປຕ້ອງເອົາຄົນລາວທັງຫມົດ...)🤝😊

  • @user-zc6gr8ss3m
    @user-zc6gr8ss3m 11 месяцев назад

    มารวมชาติกับไทยก็เจริญแล้วครับ

    • @user-wg5ph9gl2d
      @user-wg5ph9gl2d 3 месяца назад

      อย่าพูดอย่างนั้น มันละเอียดอ่อนไป

  • @jtnamorjtmobile8369
    @jtnamorjtmobile8369 7 месяцев назад

    ຍ້ອນຜູ້ນຳລາວຈາ້

  • @cyzbk3302
    @cyzbk3302 9 месяцев назад

    ມີແຕ່ສະເໜີ ໝົດຈັກເດືອນແລະບໍ່ມີວີແວວຊິແກ້.

  • @caikabyaj7842
    @caikabyaj7842 Год назад +1

    ເວົ້າຖືກກົດເກນເທ້ຜູ້ນີຢານໃຫ້ມາເປັນລັດບານແດ

  • @9PO6935
    @9PO6935 11 месяцев назад

    ฝันลมๆแล้งๆ

  • @nana-vz4xo
    @nana-vz4xo Год назад

    เอาเงินที่ สัมประธาน ที่ดิน..บ่อคํา..ป่าไม้..เขื่อน..เอาเงิน กีบไปสร้าง ถนน แน่

  • @MattBounpraseuth
    @MattBounpraseuth 11 месяцев назад

    ถ้าพักและรัฐบาลลาวปรับราคาเงีนกีบใม่ใด้มาดตาถานให้สมดูนกับเงีนตราต่างประเทศ สมคลวนไปพักผ่อน เลี้ยงลูกเลี้ยงหลานจะใม่ดีหลื จะมานั่งคูยโม้ว่าฉหลาดส่องใสอยู่สะพาที่ชงเกียตของลาวทำใม? ใม่หน้าละอายใจก่ออายชาวบ้านบ้งชีครับชี.

  • @yadsensaesoon6591
    @yadsensaesoon6591 11 месяцев назад

    คณะรัฐมนตรีนี้รวย อยู่สบายกว่าประชาชนทั่วไปบ่ครับ

  • @khounsab7949
    @khounsab7949 7 месяцев назад

    ຂໍຊົມເຊີຍທາ່ນນາງວາລີ ເວົ້າຖືກຕ້ອງຫາຼຍແລະເປັນຫ່ວງຕໍ່ອະນາຄົດຂອງປະເທດ ຊາດຢ່າງແທ້ຈິງ.

  • @user-bq4cv6bm4u
    @user-bq4cv6bm4u 8 месяцев назад

    ທ່ານເອີຍ!ມີສຳນງານໂສເພນີແຫ່ງຊາດບໍ່.ຜູ້ອອກສົນທິສັນຍາສັນຕິພາບໂລກ.ຄຸກໂຮງງານຊີມັງນີ້ແລະທາງອອກ.ໂພທິບອກນະຄຣາາາບ.ເຮາບໍ່ມີຫນ້າທີ່ຊີນຳເດີ້ຂະນ້ອຍ.ເປືອງນ້ຳລາຍ.ເອີ,ທີ່ເຫລືອຢູ່ໃນເດີ້.ສົມຊາຍ-ຫຳເຮືອງສີ

  • @txoojcawvtsab1999
    @txoojcawvtsab1999 8 месяцев назад +1

    ຖາ້ຢາກໄຊ້ພຽງແຕ່ກີບຢູ່ໄນປະເທດຈະຕ ້ງມີມາດຕາການ ຄຸມ1ນັກທອ້ງທຽ່ວທີ່ເຂົ້າມາຈະຕອ້ງປຽ່ນກີບເມື່ອອອກຕອ້ປຽ່ນສະກຸນເງີນຂອງເຂົາ 2ນັກລົງທືນທີ່ເຂົ້າມາຈະຕອ້ງປຽ່ນກີບເຂົ້າມາລົງທືນ 3ຈະນຳສີນຄ້າປະເທດອື່ນເຂົາມາຈະຕອ້ງປຽ່ນສະກຸນເງີນນັ້ນໄປຊື້ສີນຄາ້ປະເທດນັ້ນ(ກີບແຂງ) ແຕ່ປະເທດເຮົາຕອ້ງມີສີນຄາ້ທີມຸນຄາສູງມາຄຳ້ກີບ ຈົບ

  • @LoveLove-hr9hb
    @LoveLove-hr9hb 5 месяцев назад

    ❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤❤

  • @jjtttthehh7527
    @jjtttthehh7527 12 дней назад

    ບ່ຕອ້ງໄໍຊດລແລະບ່ຕອ້ງໄຊບແລະບ່ຕ້ອງໄຊຢວນເງືອນລາວຈີງຈະມີຂາ

  • @user-gq9xr2ii7r
    @user-gq9xr2ii7r 8 дней назад

    ມັກແຮງແມ່ຄົນນິ້ຢາກໄຮແມວາລີຂືນມາເປັນພູນຳໄນອານາຄົດ

  • @ABCDEF-g2q
    @ABCDEF-g2q 4 дня назад

    สน

  • @OppoOppo-sr4ff
    @OppoOppo-sr4ff 3 месяца назад

    ສະໄຫມ,ຫນ້າຈະໄດ້ຢູ່ບໍ?

  • @manh8503
    @manh8503 8 месяцев назад

    ເຫັນດີຖຶກຕອ້ງໃຫ້ນາງໃດ້ເປັນນາຍຍົກເພາະນາງມີແນວດີໆທີ່ຈະພັດທະນາປະເທດ

  • @Are-ns5rq
    @Are-ns5rq 11 месяцев назад

    ແມ່ມຶງຕຄ

  • @user-bc7zr9yd8v
    @user-bc7zr9yd8v 11 месяцев назад

    .ຖືກຕອ້ງຄືບັນດາທ່ານເວົ້າມາ.

  • @user-en8bc5yq2s
    @user-en8bc5yq2s 11 месяцев назад

    ປປຊເວົ້າອັນໃດກະວ່າຜິດ.ສຸດທ້າຍເປັນແນວໃດ..ລາວນອກຫຼືຄົນໄທເວົ້າ.ຢ່າຟ້າວຄິດລົບ.ຕອ້ງເກັບມາເປັນຄຳເຕື່ອນສະຕິຈະດີກວ່າ.

  • @user-jz3eg5tn4m
    @user-jz3eg5tn4m 7 месяцев назад

    ຂໍຊືນຊົມທ່ານນາງວາລີ😮❤❤❤❤

  • @user-nq3ws5bu3g
    @user-nq3ws5bu3g 10 месяцев назад

  • @user-eh3qc2xs4e
    @user-eh3qc2xs4e 11 месяцев назад

    ท่านผมกลัวท่านจะโดนอุ้มนะสิพูดแทงใจดำคนใหญ่คนโต

  • @user-jz3eg5tn4m
    @user-jz3eg5tn4m 7 месяцев назад

    ເຈົາ້ໄຫ້ທ່ານນີເປັນນາຍົກ🎉🎉🎉🎉🎉🎉🎉🎉🎉❤❤❤❤❤❤❤❤❤

  • @user-mi7rm5qj8r
    @user-mi7rm5qj8r 11 месяцев назад

    ຕ້ອງຂອບໄຈຄວາມສະຫລາດສ່ອງໄສຂອງລັດທະບານ❤❤❤❤

  • @Mr.prasit_prabphai
    @Mr.prasit_prabphai 8 месяцев назад +1

    ถ้าจะให้ค่าเงินกีบ แข็งค่าขึ้น พวกคุณต้องใช้หนี้จีนให้หมดเสียก่อน จะใช้เวลากี่ปีละ(พวกคุณหลงทาง ยอมเป็นหนี้จีน เพื่อให้ได้รถไฟความเร็วปานกลางมาอวดประเทศเพื่อนบ้าน) ซึ่งได้ไม่คุ้มเสียเลย หนี้จีนเท่าไหร่ จะหารายได้มาจากไหน เพื่อจะเอาไปใช้หนี้คืนให้จีน ต้องใช้เวลากี่ปี (ต้องปรับทัศนคติของคนในชาติด้วย )และแสวงหาเงินเข้าประเทศด้วยวิธีใดได้บ้าง ไปสำรวจตัวเองว่า จะหาด้วยวิธีใดได้บ้าง.😢😢😢😢😢

    • @khaodung2
      @khaodung2  8 месяцев назад

      ขอบคุณ ครับ♥️♥️

  • @JprimeJprime-xc9xe
    @JprimeJprime-xc9xe 10 месяцев назад

    เป็นยังคนลาวยังจนยู่

  • @L0NAX
    @L0NAX 10 месяцев назад

    Crypto currencies ບໍ່ມີແຕ່ bitcoin, ທາງທີ່ດີ ໄຫ້ສືກສາດີໆ, ອອກ ກົດລະບຽບ ກົດໝາຍ,ກຽວກັບການນໍາໃຊ້ ເງີນ ດິຈິຕອນ, ລະບົບ ພາສີຕອ້ງ ໂປ່ງໃສແລະ ,ພາສີ ທຸລະຫິດ,ພາສີບຸກຄົນ, ຄົນລວຍຕອ້ງຈ່າຍພາສີ ,ຢຸດການກິນສິນບົນ,ເງີນຕອ້ງເຂົ້າລັດ 100%

  • @aguomobile3467
    @aguomobile3467 11 месяцев назад

    ແມ່ນແລ້ວໃຫ້ຄົນນີ້ລະເປັນນາຍຍົກ

  • @L0NAX
    @L0NAX 10 месяцев назад

    ປະກາດ ໃຊ້ crypto ເງີນ ດິຈິຕອນໄປເລີຍ,ໃຊ້ ຄຣິ້ບວບ່ແມ່ນບັນຫາ ພຽງແຕ໋ອອກກົດໄຫ້ຖືກຕອ້ງ,ໃຊ້ສະກຸນດຽວ ແມ່ນຖືກຕອ້ງ,ບັນຫາເງີນເຟີ້ ບໍ່ແມ່ນຈະແກ້ໃນການໃຂ້ສະກຸນດຽວ, ສໍາຄັນ ປະເທດ ຕອ້ງມີວຽກເຣັດງານທໍາ, ມີຜົນຜະຫລິດ ໃນປະເທດລາວ,,ອຸດສາຫະກໍາ ມີການສົ່ງອອກ ເປັນຂອງຄົນລາວ, ຊຸກຍູ້ ນັກທຸລະກິດລາວ, ຍຸດການສໍາປະທານ.

  • @user-jz5mx2mp5s
    @user-jz5mx2mp5s 21 день назад +1

    ຄົນເກັ່ງໆ ຈະຄຶກເຕະ ອອກຈາກສະພາລາວໃນເຮັວວັນ ເພາະເຫັດວ່າ ຄອມມິວນິດລາວບໍມັກຄົນເກັ່ງຄົນສະຫຼາດສ່ອງໃສກວ່າຜູ້ນຳລາວ

  • @user-on6fo9kr9g
    @user-on6fo9kr9g 8 месяцев назад

    คนนี้เป็นนายกรัฐมนตรีได้ คุณวารี เวชพงษ์ ใช่ไหม

    • @khaodung2
      @khaodung2  8 месяцев назад

      ใช่แล้วครับ

  • @aoodythawatchai
    @aoodythawatchai Месяц назад

    ละคร น้ำเน่า

  • @mastershop5349
    @mastershop5349 4 месяца назад

    ເປັນຫຍັງສະພາບໍ່ເວົ້າໃຫ້ແດ່ໃນລາວດຽ່ວນີ້ມີໂຮງຮຽນລູກນາຍຕຳລວດຮຽນແລ້ວມີເງິນເດືອນມີບອ່ນປະຈຳການແຕ່ລູກນາຍຄູບ່ອນສາ້ງຄົນທີ່ມີຕວາມຮູ້ທຳອິດຄືບໍ່ໃຫ້ມີໂຮງຮຽນລູກນາຍຄູແດ່ມີບອ່ນປະຈຳການແດ່ມີເງິນເດືອນແດ່ສົ່ງລູກຮຽນແລ້ວບໍ່ໄດ້ເຮັດວຽກດຽ່ວນີ້ຢາກໃຫ້ທາງສະພາແລະລັດຖະບານເບິ່ງຄືນໃຫ້ແດ່

  • @user-mw4bx2te6g
    @user-mw4bx2te6g 13 дней назад

    ການຊື້ພາຫະນະກໍຄືກັນເປັນບໍ່ຮັບເງິນກີບສຸດທ້າຍໃຫ້ເຂົາຈ່າຍເປັນເງິນບາດຫລືເງິນໂດລາ