VVIIV - ປົມດ້ອຍ ( Weakness) ft. FNOAN (Official Visualizer)

Поделиться
HTML-код
  • Опубликовано: 18 окт 2024
  • EP "Reminder" [Track 2]
    Title - ປົມດ້ອຍ ( Weakness)
    Artist : VVIIV, FNOAN
    Lyrics by VVIIV, FNOAN
    Guitar by Tongplabo
    Produced by XXXVVIIV
    Mixed by XXXVVIIV
    Mastered by XXXVVIIV at XXXRecords @XXXRe23
    Motion Graphic by LexNoLex
    Lyrics
    ເຈົ້າປ່ຽນໃຫ້ຄົນນີ້ເລີ່ມບໍ່ເປັນຕົວເອງ
    ເຈົ້າຈີ້ປົມດ້ອຍຈົນຂ້ອຍເລີ່ມຊັງຕົວເອງ
    ເຫດຜົນງ່າຍໆທີ່ຂ້ອຍຍອມຝືນຫົວໃຈຕົວເອງ
    ເພື່ອໃຫ້ເຈົ້າສະບາຍໃຈ (ເຈົ້າໜ້າຈະຮູ້ດີແກ່ໃຈ)
    ມັນຍາກທີ່ຈະບອກວ່າຊີວິດຂ້ອຍດີ
    ແຕ່ບໍ່ໄດ້ຫມາຍຄວາມວ່າມີເຈົ້າແລ້ວບໍ່ດີ
    ບໍ່ມີຄຳຫວານທີ່ຫຼວງຫຼອກ
    ບອກໄປລອຍໆເພື່ອໃຫ້ເຈົ້າຮູ້ສືກດີ
    ອາດຄິດຮອດເຈົ້າບໍ່ຕະຫຼອດ
    ເພາະຄິດຫາອະນາຄົດ ແລະ ປັດຈຸບັນທີ່ຂ້ອຍມີ
    100% ເຈົ້າຄືຄົນດຽວທີ່ຂ້ອຍມີ
    ຫວັງວ່າເຈົ້າຈະເຫັນມັນຄວາມຈິງໃຈຈາກຄົນນີ້ yeah
    ໃຈເຈົ້າບອບບາງຂ້ອຍຕ້ອງຫັດອ່ອນໂຍນ
    ຊັ່ງນ້ຳຫນັກແລ້ວຂ້ອຍເລືອກທີ່ຈະອົດທົນ
    ມັນໄດ້ບໍ່ຄຸ້ມເສຍຖ້າເສຍເຈົ້າອີກຄົນ
    ແລ້ວມີເຫດຜົນຫຍັງທີ່ຕ້ອງຍອມເສຍເຈົ້າໄປ
    ອາດຈະແຂງກະດ້າງເເນ່ແຕ່ແບບນີ້ແຫຼະຜູ້ຊາຍ
    ຜິດຫວັງເສຍໃຈຂ້ອຍພ້ອມຮັບມັນເອົາໄວ້
    ຄວາມສຸກຂ້ອຍມອບໃຫ້ເຈົ້າໄດ້
    ແຕ່ຢ່າຝາກມັນທັງຫມົດໄວ້ກັບຂ້ອຍໃດ໋..!
    ທຸກຢ່າງທີ່ເຮັດເຈົ້າຫວັງດີ that’s good for me ຂ້ອຍຮູ້ດີ
    ແຕ່ຂ້ອຍຄົນເກົ່າກ່ອນໜ້ານີ້ບໍ່ເຫັນດີກັບຄວາມຫວັງດີ
    ເຈົ້າເປັນພຽງຄົນທຳມະດາໃນສາຍຕາໃຜຕໍ່ໃຜ
    but I know you know “you’re my angel”
    ທຸກຢ່າງທີ່ເຮັດເຈົ້າຫວັງດີ that’s good for me ຂ້ອຍຮູ້ດີ
    ແຕ່ຂ້ອຍຄົນເກົ່າກ່ອນໜ້ານີ້ບໍ່ເຫັນດີກັບຄວາມຫວັງດີ
    ເຈົ້າເປັນພຽງຄົນທຳມະດາໃນສາຍຕາໃຜຕໍ່ໃຜ
    but I know you know “you’re my angel”
    ເຈົ້າປ່ຽນໃຫ້ຄົນນີ້ເລີ່ມບໍ່ເປັນຕົວເອງ
    ເຈົ້າຈີ້ປົມດ້ອຍຈົນຂ້ອຍເລີ່ມຊັງຕົວເອງ
    ເຫດຜົນງ່າຍໆທີ່ຂ້ອຍຍອມຝືນຫົວໃຈຕົວເອງ
    ເພື່ອໃຫ້ເຈົ້າສະບາຍໃຈ (ເຈົ້າໜ້າຈະຮູ້ດີແກ່ໃຈ)
    ເຈົ້າປ່ຽນໃຫ້ຄົນນີ້ເລີ່ມບໍ່ເປັນຕົວເອງ
    ເຈົ້າຈີ້ປົມດ້ອຍຈົນຂ້ອຍເລີ່ມຊັງຕົວເອງ
    ເຫດຜົນງ່າຍໆທີ່ຂ້ອຍຍອມຝືນຫົວໃຈຕົວເອງ
    ເພາະຢາກຮັກສາເຈົ້າໄວ້ (ເຈົ້າໜ້າຈະຮູ້ຮັກເຈົ້າຊ່ຳໃດ)
    I dont wanna put you in the game ເຈົ້າກາຍເປັນໂຕເຕັ່ງ
    and you know that..? ຂາດເຈົ້າມັນເຮັດຂ້ອຍ mood swings
    And you just like some drug ທີ່ຂ້ອຍໃຊ້ເພື່ອຈະກ່ອມປະສາດ
    ພຽງແຄ່ໄດ້ເຫັນຫນ້າກໍມີຄວາມສຸກແລ້ວ
    ພຽງແຄ່ໄດ້ເຫັນເຈົ້າມີຄວາມສຸກກໍດີໃຈແລ້ວ..!
    ຖ້າເຈົ້າກັບຄືນມາບໍ່ໄດ້ຂ້ອຍຊິປູທາງ
    ຖ້າມັນມີ U Turn ທາງຫນ້າ would you return on me?
    ຕອນທີ່ຂ້ອຍຮູ້ເຈົ້າມີຄົນອື່ນຂ້ອຍຫົວຮ້ອນບໍ່ໄດ້ເສຍໃຈ
    ຂ້ອຍກໍໄດ້ພຽງແຄ່ຄິດວ່າເຈົ້າຊີ ride or die ຂ້ອຍນີ້ແຫຼະທີ່ຜິດເອງທີ່ຂ້ອຍໃຫ້ເຈົ້າຄວາມເຊື່ອໃຈ
    You the one that makes me smile and then make me cry
    ເຈົ້າວ່າຕອນແລກຂ້ອຍບໍ່ໄດ້ເປັນຈັ່ງຊີ້ but you know that
    ເຈົ້າຫັ້ນແຫຼະເປັນຄົນທີ່ປ່ຽນຂ້ອຍ
    ເຈົ້າປ່ຽນໃຫ້ຄົນນີ້ເລີ່ມບໍ່ເປັນຕົວເອງ
    ເຈົ້າຈີ້ປົມດ້ອຍຈົນຂ້ອຍເລີ່ມຊັງຕົວເອງ
    ເຫດຜົນງ່າຍໆທີ່ຂ້ອຍຍອມຝືນຫົວໃຈຕົວເອງ
    ເພາະຢາກຮັກສາເຈົ້າໄວ້(ເຈົ້າໜ້າຈະຮູ້ຮັກເຈົ້າຊ່ຳໃດ)
    #VVIIV #Reminder #ປົມດ້ອຍ

Комментарии • 12