ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານ ສພຊຕາງໜ້າຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ແຫ່ງ ສປປລາວ
HTML-код
- Опубликовано: 1 фев 2025
- ຄວາມຄືບໜ້າການປັບປຸງລັດຖະທໍາມະນູນ
.......................................................................
(ສພຊ) - ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ວັນທີ 29 ພະຈິກ 2024, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ແກ່ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2015 (ຄລຊ) ໄດ້ລາຍງານຄວາມຄືບໜ້າໃນການປັບປຸງລັດຖະທໍາມະນູນ ເຊິ່ງທ່ານໃຫ້ຮູ້ວ່າ ນັບແຕ່ມື້ ຄລຊ ໄດ້ລາຍງານການກະກຽມວຽກງານຮອບດ້ານໃນການປັບປຸງລັດຖະທໍາມະນູນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ໃນວັນທີ 17 ມິຖຸນາ 2024 ເປັນຕົ້ນມາ, ຄະນະກໍາມະການລະດັບຊາດ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ (15 ວຽກງານ) ໃນການປັບປຸງ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອ 7 ສໍາເລັດເປັນສ່ວນໃຫຍ່ ເຊິ່ງສະແດງອອກຄື:
1. ດໍາເນີນກອງປະຊຸມການປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນປີ 2015 ໃນຂອບເຂດທົ່ວປະເທດເປັນຄັ້ງທຳອິດ ເຊິ່ງມີພະນັກງານນໍາພາ-ຄຸ້ມຄອງຂັ້ນກະຊວງ-ອົງການ ຢູ່ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ກໍຄືມະຫາວິທະຍາໄລຕ່າງໆ, ບັນດາວິທະຍາຄານຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະ ຫງົບ, ສະພາການຄ້າ ແລະ ອຸດສາຫະກໍາ ເຂົ້າຮ່ວມທັງໝົດ 13,039 ທ່ານ, ຍິງ 2,290 ທ່ານ ເຊິ່ງເປັນບັ້ນໃຫຍ່ບັ້ນໜຶ່ງໃນການປັບ ປຸງຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ລັດຖະທໍາມະນູນ ແລະ ກວດກາຕີລາຄາການຈັດຕັ້ງປະຕິບັດລັດຖະທໍາມະນູນໃນທົ່ວລະບົບການເມືອງ; ໃນບັ້ນນີ້, ບັນດາທ່ານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ກໍຄືຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໂດຍສະເພາະບັນດາທ່ານປະທານ, ຮອງປະທານສະພາປະຊາຊົນຂັ້ນແຂວງ ໄດ້ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການນຳພາ-ຊີ້ນຳການດໍາເນີນກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນດັ່ງກ່າວ ຢູ່ແຂວງຂອງຕົນ ແລະ ນະຄອນຫຼວງວຽງຈັນ ສຳເລັດຜົນເປັນຢ່າງດີ.
2. ເປີດໂອກາດໃຫ້ມີການປະກອບຄໍາເຫັນຢ່າງກວ້າງຂວາງຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຜ່ານທາງສື່ຕ່າງໆ ເປັນຕົ້ນຜ່ານທາງອີເມວຂອງຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ ແລະ ເວັບໄຊຂອງສະພາແຫ່ງຊາດ ໂດຍຕິດພັນກັບການຈັດຕັ້ງປາຖະກະຖາ, ໂຄສະນາເຜີຍແຜ່ ແລະ ສະເຫຼີມສະຫຼອງວັນລັດຖະທຳ ມະນູນແຫ່ງຊາດ ຄົບຮອບ 33 ປີ ເຊິ່ງໄດ້ສ້າງໂອກາດໃຫ້ປະຊາຊົນບັນດາຊັ້ນຄົນ ແລະ ເຜົ່າຕ່າງໆ ໄດ້ຫວນຄືນເຖິງລັດຖະທຳມະນູນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕື່ມອີກເທື່ອໜຶ່ງ.
3. ຄົ້ນຄວ້າ ແລະ ຍາດແຍ່ງເອົາບົດຮຽນການປັບປຸງລັດຖະທຳມະນູນຈາກປະເທດຕ່າງໆຈໍານວນໜຶ່ງ ເປັນຕົ້ນບັນດາປະເທດເພື່ອນມິດຍຸດທະສາດ ໃນນີ້, ໄດ້ເຊື້ອເຊີນຄະນະຜູ້ແທນຂັ້ນສູງຈາກສະພາແຫ່ງຊາດ ສສ.ຫວຽດນາມ ມາສຳມະນາວິທະຍາສາດຮ່ວມກັບສະພາແຫ່ງຊາດ ສປປລາວ ກ່ຽວກັບແນວຄິດຊີ້ນຳຂອງພັກກອມມູນິດຫວຽດນາມ ແລະ ແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ຕໍ່ກັບການສ້າງ ແລະ ປັບປຸງລັດຖະທໍາມະນູນ ໂດຍໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ ກ່ຽວກັບການປັບປຸງລັດຖະທຳມະນູນຂອງທັງສອງປະເທດ.
4. ສະຫຼຸບຕີລາຄາຜົນການປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ສັງລວມຂໍ້ສະເໜີຕ່າງໆໃນທົ່ວປະເທດ ຕໍ່ການປັບປຸງເນື້ອໃນຂອງລັດຖະທໍາມະນູນ; ດຳເນີນການຄົ້ນຄວ້າ, ວິໄຈ ແລະ ປັບປຸງເນື້ອໃນຂອງລັດຖະທຳມະນູນສະບັບຮ່າງເບື້ອງຕົ້ນ ແລ້ວນໍາສະເໜີຂໍທິດຊີ້ນຳຈາກກອງປະຊຸມຄະນະປະຈຳສະພາແຫ່ງຊາດ 2 ຄັ້ງ, ກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ 2 ຄັ້ງ ເຊິ່ງໃນແຕ່ລະຄັ້ງ ກໍໄດ້ປັບປຸງຮ່າງລັດຖະທໍາມະນູນ ແລ້ວຈຶ່ງນໍາສະເໜີຂໍທິດຊີ້ນໍາຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 9 ສະໄໝທີ XI ໃນວັນທີ 01 ພະຈິກຜ່ານມາ. ຜ່ານການຄົ້ນຄວ້າ ແລະ ປະກອບຄວາມເຫັນຢ່າງຫຼາກຫຼາຍຂອງກອງປະຊຸມດັ່ງກ່າວ, ສູນກາງພັກໄດ້ມີທິດຊີ້ນໍາຕໍ່ການປັບປຸງລັດຖະທໍາມະນູນປີ 2015 ດັ່ງນີ້:
1) ແນໃສ່ການປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດ ຖະກິດພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງດ້ານກົດໝາຍ ກໍຄືນິຕິກຳທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່.
2) ການປັບປຸງລັດຖະທຳມະນູນຄັ້ງນີ້ ຕົ້ນຕໍແມ່ນສຸມໃສ່ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫຼື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່ ກໍຄືແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ ໂດຍສະເພາະໃນສະໄໝທີ XII ຂອງພັກ ຫາກບໍ່ແມ່ນການປັບປຸງທັງໝົດເນື້ອໃນຂອງລັດຖະທຳມະນູນ; ໝາຍວ່າ ອັນໃດທີ່ເຂົ້າໃຈເປັນເອກະພາບ, ປະຕິບັດມີປະສິດທິຜົນ, ບໍ່ມີຄວາມສັບສົນ ຫຼື ເປັນບັນຫາຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ກໍບໍ່ຈຳເປັນຕ້ອງປັບປຸງຕື່ມອີກ.
3) ການປັບປຸງລັດຖະທຳມະນູນ ຕ້ອງມີເນື້ອໃນສອດຄ່ອງກັບບັນດາເນື້ອໃນຂອງໂຄງການການເມືອງຂອງພັກ ສະບັບທີ 3, ຮ່າງລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ສະໄໝທີ XII ຂອງພັກ, ມະຕິ 05/ຄບສພ, ມະຕິ 04/ກມສພ ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 173/ຄລສພ ໂດຍສະເພາະບັນຫາບົດບາດພັກເປັນແກນນໍາ, ບັນຫາຈຸດໝາຍສັງຄົມນິຍົມ, ບັນຫາເສດຖະກິດເອກະລາດເປັນເຈົ້າຕົນເອງ, ບັນຫາການແບ່ງຂັ້ນຄຸ້ມຄອງ, ການກໍານົດຊື່ເອີ້ນຕ່າງໆ ຕ້ອງປັບປຸງໄປລວງດຽວກັນ.
ສຳລັບທິດທາງວຽກງານໃນຕໍ່ໜ້າ, ສືບຕໍ່ປັບປຸງຮ່າງລັດຖະທຳມະນູນຕາມຄຳເຫັນຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ແລ້ວນຳເອົາຮ່າງດັ່ງກ່າວລົງທາບທາມຄຳເຫັນທາງກວ້າງ ແລະ ທາງເລິກ; ປັບປຸງ, ຮຽບຮຽງເນື້ອໃນຂອງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນ ເພື່ອນໍາສະເໜີຂໍທິດຊີ້ນຳຂອງຄະນະປະຈຳສະພາແຫ່ງຊາດ ແລະ ກົມການເມືອງສູນກາງພັກ; ນຳສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ພິຈາລະນາຮັບຮອງເອົາ ແລະ ປະກາດໃຊ້ (ສະເໜີໃຫ້ມີກອງປະຊຸມສະໄໝວິສາມັນເທື່ອທີ 2 ໃນທ້າຍເດືອນມີນາ ຫຼື ຕົ້ນເດືອນເມສາ 2025 ພິຈາລະນາຮັບຮອງລັດຖະທໍາມະນູນ ແລະ ບາງກົດໝາຍທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ).
ພັກປະຊາຊົນປະຕິວັດລາວ ມີພວກຢູ່ເໜືອກົດໝາຍລັດຖະທໍາມະນູນ ສໍ້ລາດບັງຫຼວງ
ຊົມເຊີຍພໍ່ລຸງ❤❤❤❤
ການລາຍງານຂອງທ່ານຄັກຫລາຍ
ຢາກໃຫ້ທ່ານໄດ້ຂຶ້ນເປັນປະທານປະເທດເດເນາະ ເບິ່ງຈາກການກຳແຫນ້ນບົດລາຍງານ+ການກວດກາຄຳຕຳຫນິຕິຊົມຂອງສສຊແລ້ວມາພິຈາລະນາ,ຄວາມຄວາມສາມາດໃນການອະທິບາຍບັນດາຂໍ້ກຳນົດກົດລະບຽບຂອງລັດຖະທຳມະນູນກະຈ່າງແຈ້ງແຖມກະທັດຮັດ,ຄວາມຮູ້ຂອງທ່ານຕໍ່ບັນຫາໃນການປະຕິບັດວິໃນ
ຍາກລະເມື່ອຊື່
👍
😂😂😂😂😂❤❤❤❤
0:44
ສານສະດາຈານ ຂອງລາວ ມີຜົນງານທີ່ສະແດງອອກດ້ານໃດແນ່ (ເປັນພຽງຕົວນໍາໜ້າທີ່ເສີມສ້າງປາລະມີ)
ຖ້າພວກສະຫາຍເອົາ113,ຮອດ119,ແມ່ນໄຜຊິໄປກວດກາຄະນະລັດຖະບານ,ໆລັດຖະບານບັນຈຸຢູ່110ຫາ119
1ຮອດ11ແມ່ນຄະນະແຕ່ໄປຮ້ອຍຢູ່110,119ນີ້ແມ່ນຄະນະລັດຖະບານ
ນັບຖືທ່ານໃນນາມຜູ້ນໍາທີ່ສາມາດກຳເນື້ອໃນທຸກຢ່າງໃນເວລາເວົ້າຫລື ຖະແຫລງບໍ່ຈັບເຈ້ຍ,ບໍ່ອ່ານຫລາຍຄືຜູ້ອື່ນໆ. ຊົມເຊີຍ ແລະ ຖືວ່າເກັ່ງຫລາຍ
ຫມົດແລ້ວປະຊຸມສະພາຊຸດເວົາຈະແຈ້ງໂພດເຫັນໄດ້ຈຸດອ່ອນຫລາຍ
ທ່ານສົມເປັນນາຍົກ
yawg nyiaj pov, lub teb chaws plog muaj pob txha ti puab tais, thiab yuav kho kom muaj noj haus rau lub teb chaws, los tsoom pej xeem.
koj puas paub tias nej txoj cai koom sam, los cov plog liab muab tus hmoob lauj pem xeev bokeo, roob xyoob, tua pov tseg.
leej twg yuav ua kom muaj noj muaj haus ho txhaum nej thiab?
mus pab xyuas cov plog liab no kom coj kev ncaj ncees.
ua ntej nws yuav tau 100 hectages, nws tau muab nyiaj them cov nom plog. pab xyuas kev ncaj ncees thiab mas.