ດຣ. ຄຳເຜີຍ ປານມະໄລທອງ ບຸກຄົນແຫ່ງທົດສະວັດ 1/2 Dr. Khampheuy Panmalaythong, Person of the Decade 1/2

Поделиться
HTML-код
  • Опубликовано: 20 окт 2024

Комментарии • 123

  • @laoseri1746
    @laoseri1746  Год назад +4

    ເສັ້ັນເວລາຂອງເຫດການສຳຄັນໃນສົງຄາມລາວ (ອິນໂດຈີນ):
    _ 27/09/1940 ຍີ່ປຸ່ນເຊັນສັນຍາຮ່ວມມືກັບເຍັຍລະມັນແລະອິດຕາລີ ເລີ້ມຮຸກຮານອິນໂດຈີນທ້າທາຍອຳນາດຂອງຝຣັ່ງ ສ້າງໂອກາດໃຫ້ກຸ່ມຊາດນິຍົມໃນອິນໂດຈີນຈັດຕັ້ງການຕໍ່ສູ້ກອບກູ້ເອກະລາດຈາກຝຣັ່ງ
    _ 19/05/1941 ໂຫຈິມິນສ້າງຕັ້ງພັກຫວຽດມິນຂື້ນທີ່ຮ້າໂນຍ
    _ 12/10/1945 ພັກລາວອິສະລະຖືກສ້າງຕັ້ງໂດຍເຈົ້າເພັຊຣາດ
    _ 20/01/1949 ໂຫຈິມິນຈັດຕັ້ງໜ່ວຍທະຫານ "ປະເທດລາວ" ຫຼື "ກອງທັບປະຊາຊົນລາວ" ຈອມປອມທີ່ຮ້າໂນຍໃນແຜນການຮຸກຮານຍຶດຄອງລາວ ແລະແຕ່ງຕັ້ງ Cai Song Nugyen (ໄກສອນ) ສັນຊາດ, ເຊື້ອຊາດຫວຽດ ແລະສະມາຊິກພັກຫວຽດມິນ ເປັນຜູ້ບັນຊາ
    _ 19/07/1949 ລາວໄດ້ຮັບເອກະລາດຈາກຝຣັ່ງ ສ້າງຕັ້ງຣາຊອານາຈັກລາວທີ່ສຸວັນນະພູມມາເປັນນາຍົກ
    _ 01/01/1950 ສຸພານຸວົງເດີນທາງໄປເຖິງຮ້າໂນ້ຍ ພົບກັບໂຫຈິມິນທີ່ບ້ານ Lập Bình ຫລັງຈາກແຕກອອກຈາກພັກລາວອິສະລະເພື່ອໄປຮ່ວມມືກັບຫວຽດມິນເປີດການໂຈມຕີແຍ່ງອຳນາດຈາກອ້າຍສຸວັນນະພູມມາ
    _ 13/08/1950 ສຸພານຸວົງສ້າງຕັ້ງພັກ "ແນວລາວອິສະລະ" ທີ່ຮ້າໂນຍ ຈັດຕັ້ງ ​​"ຣັຖບານລາວຕໍ່ຕ້ານ" ທີ່ສຸພານຸວົງເປັນນາຍົກ, ຣັຖມົນຕຣີການຕ່າງປະເທດ, ແລະຜູ້ບັນຊາການທະຫານສູງສຸດ
    ໄກສອນ ພົມວິຫານເປັນຣັຖມົນຕຣີປ້ອງກັນປະເທດ
    _ 20/07/1954 ສັນຍາສັນຕິພາບອິນໂດຈິນ ທີ່ເຈນີວາ ແບ່ງຫວຽດນາມເປັນພາກໃຕ້ແລະເໜືອ ແລະສັ່ງໃຫ້ທະຫານຕ່າງດ້າວຮວມທັງຫວຽດມິນອອກຈາກດິນລາວ
    _ 22/03/1955 ໂຫຈິມິນຈັດຕັ້ງ "ພັກປະຊາຊົນລາວ" ຊຶ່ງມີໄກສອນແລະໜູຮັກເປັນປະທານແລະຮອງປະທານ ໃນຄະນະທີ່ສຸພານຸວົງຍັງເປັນປະທານພັກແນວລາວອິສະຣະຢູ່
    ໃນເວລາຕໍ່ມາໂຫຈິມິນຈັດ "ການພົບປະພິເສດ" ຣະຫວ່າງ ໂຫຈິມິນ ກັບ ຄະນະນຳຂອງ "ພັກປະຊາຊົນລາວ" ເພື່ອຊັກດຶງເອົາສຸພານຸວົງເຂົ້າໄປເປັນກຳມະການກາງຂອງພັກ (ເປັນລູກນ້ອງຂອງໄກສອນ ແລະ ໜູຮັກ) ໂຫຈິມິນກ່າວວ່າ: "ບໍ່ມີສະເດັດເຈົ້າສຸພານຸວົງຢູ່ໃນການນຳແລ້ວ ພັກປະຊາຊົນລາວ ກໍ່ຍາກ ທີ່ຈະບັນລຸ ວັຕຖຸປະສົງ ຂອງພັກໄດ້" ຕາມບັນທຶກໃນເຟສບຸກຂອງ "ປະທານສຸພານຸວົງ"
    ຄຳເວົ້າຂອງໂຫຈິມິນອາດຕີຄວາມໝາຍໄດ້ຢ່າງສັ້ນໆວ່າ ຖ້າບໍ່ມີສຸພານຸວົງເປັນຄັນຕາລະບັດບັງໜ້າ ຄົນລາວກໍ່ບໍ່ຍອມຮັບ "ພັກປະຊາຊົນລາວ" ຂອງໄກສອນ ແລະ ໜູຮັກ ເພາະຄົນລາວບໍ່ເຄີຍເຫັນໜ້າສອງຄົນນີ້
    _ 06/01/1956 ສຸພານຸວົງສ້າງຕັ້ງພັກ "ແນວລາວຮັກຊາດ" ສືບທອດຈາກພັກ "ແນວລາວອິສະລະ"
    _ 23/07/1962 ສັນຍາລາວຮວມລາວຄັ້ງທີສອງ ທີ່ເຈນີວາ ຮັບປະກັນຄວາມເປັນກາງຂອງຣາຊອານາຈັກລາວ
    _ 09/06/1964 ສະຫະຣັດຖິ້ມລະເບີດຄັ້ງທຳອິດໃນລາວ ຕອບໂຕ້ການຍິງເຄື່ອງບິນສອດແນມຂອງເມກາໂດຍຫວຽດມິນແລະລາວແດງ
    _ 23/12/1967 ລູກຊາຍກົກຂອງສຸພານຸວົງເຈົ້າຊາຍ ອະຣິຍະ ທັມມສິລ ຖືກຍິງຫົວຕາຍທີ່ເມືອງວຽງໄຊ (ເຂດປົດປ່ອຍ)
    _ 03-06/02/1972 ກອງປະຊຸມ "ພັກປະຊາຊົນລາວ" ຄັ້ງທີສອງລົງມະຕິປ່ຽນຊື່ຈາກ "ພັກປະຊາຊົນລາວ" ໄປເປັນ "ພັກປະຊາຊົນປະຕິວັດລາວ" ທີ່ຍຶດອຳນາດຈາກຣາຊະອານາຈັກລາວໃນວັນທີ 02/12/1975 ຫລັງຈາກລະເມີດສັນຍາລາວຮວມລາວ
    _ 2000 ລູກຊາຍກາງຂອງສຸພານຸວົງ ຄຳໄຊ ສຸພານຸວົງຖືກໄລ່ຈັບ ໂຕນໜີໄປລີ້ໄພຢູນີວຊີແລນ
    ທ່ານຜູ້ອ່ານຄົງສັບສົນແລະມີຄຳຖາມຫຼາຍຢ່າງ:
    _ ລາວໄດ້ຮັບເອກຣາດຈາກຝຣັ່ງໃນວັນທີ 09/07/1949 ແຕ່ສຸພານຸວົງໂຕນໄປຮ້າໂນຍ ເພື່ອນຳທະຫານແກວແດງເຂົ້າມາຕໍ່ສູ້ກັບ "ສັດຕຣູຜູ້ຮຸກຮານ" 01/01/1950
    _ ໃນປີ 1950 ສຸພານຸວົງເປັນນາຍົກຂອງຣັຖບານແນວລາວອິສະລະ ເປັນນາຍຂອງໄກສອນ ແຕ່ມາເຖິງປີ 1955 ໂຫຈິມິນຈັດຕັ້ງ "ພັກປະຊາຊົນລາວ" ຍົກໃຫ້ໄກສອນເປັນປະທານ ແລ້ວເອົາສຸພານຸວົງມາເປັນລູກນ້ອງໄກສອນ
    _ ປີຕໍ່ມາ 1956 ສຸພານຸວົງສ້າງຕັ້ງພັກໃໝ່ "ພັກແນວລາວຮັກຊາດ" ທີ່ສຸພານຸວົງເປັນປະທານພັກ
    _ ໃນປີ 1975 ພັກປະຊາຊົນປະຕິວັດລາວເປັນຜູ້ຍຶດອຳນາດຈາກຣາຊອານາຈັກລາວ ໄກສອນເປັນຜູ້ນຳສຸດສູງຂອງສປປລາວ ມີຮູບໃນເງິນກີບລາວ ມີຫໍພິພິທະພັນໃນເມືອງຫຼວງວຽງຈັນ ໃນຄະນະທີ່ພັກແນວລາວຮັກຊາດແລະວົງຕະກຸນຂອງສຸພານຸວົງຫາຍຈາກການນຳຂອງສປປລາວ
    ເລ່ລ່ຽມແຜນຊ້ອນແຜນທີ່ເຕັມໄປດ້ວຍຄວາມຕົວະຫລອກລວງເຮັດໃຫ້ຄົນລາວຕົກຢູ່ໃນຄວາມມືດ:
    ສຸພານຸວົງຫວັງແຍ່ງອຳນາດຈາກອ້າຍສຸວັນນະພູມມາໃຫ້ຕົນເອງໂດຍສວຍໃຊ້ກຳລັງທະຫານຫວຽດມິນຂອງໂຫຈິມິນ ແຕ່ໂຫຈິມິນທີ່ມີແຜນການຍຶດຄອງລາວກ່ອນສຸພາໂຕນໄປຮ້າໂນຍ ຫັກລຳສຸພາໂດຍແຍກຫວຽດມິນ ໄກສອນ ແລະໜູຮັກອອກຈາກອຳນາດສຸພາ ແລ້ວ "ຍົກ" ໃຫ້ສຸພາເປັນລູກນ້ອງຫວຽດມິນ ສາຍເຫດທີ່ສຸພາສິ້ນຊາດສູນພັນ ແລະປະເທດລາວຕົກຢູ່ໃນກຳມືພັກຫວຽດມິນ
    ຫວຽດມິນເອງກໍ່ຫລອກໃຊ້ສຸພານຸວົງໃຫ້ເປັນຄັນຕາລະບັດບັງໜ້າ ດຳເນີນການດັບສູນເຊື້ອເຈົ້າລາວບໍ່ໃຫ້ມີໃຜເຫລືອນຳພາຄົນລາວຕໍ່ສູ້ ຂ້າລູກຊາຍກົກຂອງສຸພາ ຂ້າກະສັດສີຫວ່າງວັດທະນາແລະລູກຊາຍ ຕາມກຳຈັດຄຳໄຊ ສຸພານຸວົງ ດັບສູນສະນວນໄຟໃດໆທີ່ອາດນຳໄປສູ່ການຕໍ່ຕ້ານກຸ່ມຫວຽດໃນລາວ

    • @ทิพย์กาวิลวรรณรัตน์
      @ทิพย์กาวิลวรรณรัตน์ 2 месяца назад

      อ่านจนจบ แม่จะอ่านไม่เก่ง แต่ก็พอจะเข้าใจและปะติดปะต่อ น่าเสียดายที่เจ้าสุภานุวงศ์ เห็นน้ำข้นกว่าเลือด เลยเสียทั้งใจ กาย ชาติ วงศ์ตระกูล เหลือไว้แต่ความอัปยศ อดสู ไว้ให้ลูกหลานชาวลาว(แท้ๆ)....สิ้นชาติลาวโดยสมบูรณ์

    • @laoseri1746
      @laoseri1746  2 месяца назад

      @@ทิพย์กาวิลวรรณรัตน์ ถูกต้อง และขอบคุณมาก ครับ 🙏🙏

  • @บ่าวกบบ้านนา-ห1ฅ

    พูดได้ดีมาก ในประเทศไทยแบบนี้ใครก็พูดได้ แต่พูดในประเทศที่มีการปกครองระบบคอมมิวนิสต์ มันหมายถึงอนาคตหรือชีวิต ผมนับถือท่านจริงๆ

  • @MyPhone-fp2nc
    @MyPhone-fp2nc 2 года назад +4

    แม่นๆท่านเว้าถูกทุกอย่าง

  • @tseebnamuas5530
    @tseebnamuas5530 2 года назад +2

    DR khampheuy , super man !!!!!!!

  • @chervang4461
    @chervang4461 2 года назад +5

    He is a smart and the kind of leaders we need. I never saw and heard about him after this powerful speech.

    • @laoseri1746
      @laoseri1746  2 года назад +1

      Communist states are created based on lies. They will eliminate anyone who exposes their lies or opposes their ideas.

    • @ricr.4669
      @ricr.4669 2 года назад +1

      where is he?

    • @laoseri1746
      @laoseri1746  2 года назад +1

      @@ricr.4669 The last time he was seen publicly was when he attended a meeting in Pakse on December 13, 2019.

    • @ricr.4669
      @ricr.4669 2 года назад +1

      @@laoseri1746 so he's out of the scene. I'm majoring in SE Asian political spare

    • @Tiger237infantry
      @Tiger237infantry 7 месяцев назад

      ​@@ricr.4669ສົງໄສພັກລັດສົ່ງໄປຄຸຍກັບຮາກຫມາກມ່ວງແລ້ວ

  • @หนุมานถิ่นพงไพร

    สุดยอดครับท่าน คำเผย

  • @หนุ่มเมืองเหนือ-ค8ธ

    ທ່ານເວົ້າຖືກຕ້ອງ ຂໍຊົມເຊີຍ ຖ້າທ່ານເປັນນາຍົກແທ້ປະເທດລາວຕ້ອງຈະເລີນແນ່ນອນ

  • @vaughns5680
    @vaughns5680 2 года назад +1

    Very good job dr we are love you all

  • @Bighornest
    @Bighornest 3 месяца назад

    ຊົມເຊີຍ ຊົມເຊີຍຄຳແນະນຳ ຄຳບັນລະຍາຍຂອງທ່ານຢ່າງສຸດໃຈ.

  • @kazuha7378
    @kazuha7378 2 года назад +2

    ຂອບໃຈສຳລັບວີດີໂອ❤❤❤❤❤

  • @luckpilavong4192
    @luckpilavong4192 3 месяца назад +2

    ເພິ່ນຜູ້ມາກ່ອນການ ,ຖ້າມາເວົ້າໃນປີ 2024 ທ່ານຈະໄດ້ຮັບການເຊີດຊູຈາກ ປປຊລາວ ຫລາຍທີ່ສຸດ

    • @laoseri1746
      @laoseri1746  3 месяца назад +1

      ຄຳເຫັນດີເດັ່ນ ແລະ ລະດັບຄວາມຕື່ນຕົວຂອງ ດຣ. ຄຳເຜີຍມາຕາມຫລັງຂອງຄົນຣາຊອານາຈັກລາວ (ຊ້າງສາມຫົວ) 61 ປີ
      ຄົນຣາຊອານາຈັກລາວ (ຂ້າງນອກຂອງແຂວງຫົວພັນ ຊຽງຂວາງ "ເຂດປົດປ່ອຍ") ຮູ້ດີວ່າປະເທດລາວກຳລັງກ້າວໄປສູ້ຄວາມວອດວາຍຫາຍຍະນະເມື່ອສຸພານຸວົງໂຕນໄປຮ່ວມມືກັບໂຮຈິມິນທີ່ຮ້າໂນຍໃນວັນທີ 01/01/1950
      ຄົນຣາຊອານາຈັກລາວແສນໆຄົນເສັຍສະຣະຊິວິດຕໍ່ສູ້ກັບທະຫານລາວແດງຂອງສຸພານຸວົງ ແລະ ແກວແດງ ວຽດມິນ ເພື່ອປ້ອງກັນຊາດລາວບໍ່ໃຫ້ຕົກໄປຢູ່ໃຕ້ຕີນຂອງແກວແດງ ແລະ ພາຍໃຕ້ລະບອບຜະເດັດການໂຫດຄອມມີວນິສຕ ແຕ່ລາວແດງ ສຸພານຸວົງ ແລະ ວຽດມີິນ ເຮັດທຸກສິ່ງຢ່າງເພື່ອຂ້າລ້າງສັງຫານຜູ້ນຳຣາຊອານາຈັກລາວ ປັນຍາຊົນລາວ ກະສັດລາວ ແລະ ບັນພຣະບຸຣຸດລາວ ເພື່ອເອົາແກວແດງ ແລະ ລະບອບຄອມມີວນິສຕຜະເດັດການເຂົ້າມາຄອບຄອງລາວ
      ຜົນຮັບ ຜົນກັມ ທີ່ຄົນລາວເຫັນໃນ ສປປລາວ ໃນເວລານີ້ ຄືຜົນງານຂອງລາວແດງເອງ ມາຈາກຄວາມປາຖະໜາຂອງລາວແດງເອງ
      ຖ້າຄົນ ສປປລາວ ຍັງຄອຍຖ້າໃຫ້ ດຣ. ຄຳເຜີຍມາບອກໃຫ້ຕື່ນນອນໃນປີ 2024 ຊາດລາວອາດຫາຍສາບສູນຈາກແຜນທີໂລກໃນອີກບໍ່ນານ

    • @aleefynamnahc3325
      @aleefynamnahc3325 3 месяца назад

      ​@@laoseri1746 ຜ່ານມານັບຖື ທ.ສຸພານຸວົງ ມາໂດຍຕະຫຼອດຈົນມາຮູ້ຄວາມຈິງບວກກັບສະພາບບ້ານເມືອງເຮົາຍັງຢ້ຳຢູ່ກັບທີ່😢

  • @สมชายวรรณภา
    @สมชายวรรณภา 2 года назад +2

    สุดยอดเลย

  • @sps3931
    @sps3931 2 года назад +7

    ຂໍຊົມເຊີຍທ່ານ.ດຣ ຄຳເຜີຍ ເປັນແນວຄິດທີ່ດີແລະຖືກຕ້ອງກັບການປັບປຸງແກ້ໄຂບັນຫາປະເທດຊາດແທ້ໆ

    • @laoseri1746
      @laoseri1746  2 года назад

      ຖືກຕ້ອງ! ດ້ວຍເຫດນັ້ນຊ່ອງ LAO SERI ຈິ່ງໄດ້ແຕ່ງຕັ້ງນາມມະຍົດໃຫ້ທ່ານເປັນ "ບຸກຄົນແຫ່ງທົດສະວັດ"
      ຂອບໃຈສຳລັບຄຳເຫັນຂອງ SPS

    • @laoseri1746
      @laoseri1746  2 года назад

      ຂໍແນະນຳໃຫ້ເບິ່ງຄລີພນີ້ຕໍ່ ruclips.net/video/FDGLMgfrej4/видео.html

    • @daylightin-darkness2104
      @daylightin-darkness2104 2 года назад +1

      SPS ດຽວນີ້ ດຣ. ຄຳເຜີຍ ປານມະໄລທອງ ໄປຢູ່ໃສ? ເພິ່ນເຮັດຫຍັງຫລັງຈາກອອກຈາກສະພາ?

  • @วิเชียรสีหาคลัง

    ทุกมื่อนี้คือบ่เห็นเพิ่นออกทีวีน้อ.ดร.คำเผยเพิ่นจังแม่นเว้าถึกคักครับ

    • @laoseri1746
      @laoseri1746  2 года назад +2

      ใช่ครับ แต่คณะกรรมการกลมการเมืองพรรคประชาชนปฏิวัติลาว 11 คนนั่นไม่อนุญาตให้ใครฉลาดกว่าพวกเขาเอง คนเก่งต้องหายไป

    • @bounmyxay818
      @bounmyxay818 2 месяца назад

      ​@@laoseri1746คำเว้าของเพี่นหมายเถีงสปปลาวควนเปลี่ยนการปกคองแบบให่มมันจังสิพัดทะนา😊

    • @laoseri1746
      @laoseri1746  2 месяца назад +1

      @@bounmyxay818 ແມ່ນແລ້ວ

  • @สิทธิพรนาคาธร

    ท่านพูดถูกแล้ว

  • @ບົວໄລ-ຜ2ຈ
    @ບົວໄລ-ຜ2ຈ 4 месяца назад +1

    ກັດແຂ້ວໄສ່ທ່ານລອກເຕີຄຳເຜີຍຢູ່

  • @noyktk473
    @noyktk473 2 года назад +1

    👏👏👏💓💓💓

  • @noyktk473
    @noyktk473 2 года назад +2

    ສົມເຊີຍແອັດມິນທີ່ເອົາຄລິບດີໆໃຫ້ເບີ່ງ ເພື່ອຄົນລາວທຸກຄົນໄດ້ເຫັນນຳກັນ

    • @laoseri1746
      @laoseri1746  2 года назад +2

      ຂອບໃຈຫຼາຍໆເດີ 🙏🙏 ຈຸດປະສົງຂອງຊ່ອງຄືເຜີຍແຜ່ຄວາມຈິງ ແລະສິ່ງທີ່ເປັນປະໂຫຍດຕໍ່ຊຸມຊົມລາວທີ່ແທ້ຈິງ

    • @noyktk473
      @noyktk473 2 года назад +1

      @@laoseri1746 ຊົມເຊີຍ

  • @NaouNaku
    @NaouNaku 3 месяца назад

    ເປັນຄຳເຫັນແລກປຽ່ນທີດີຊົມເຊີຍ

  • @BTH398
    @BTH398 2 года назад +3

    👍

    • @laoseri1746
      @laoseri1746  2 года назад

      ຂອບໃຈທີ່ຢ້ຽມຊົມ

  • @peterpeth5123
    @peterpeth5123 2 года назад +4

    ตอนนี้ท่านดร.คำเผยยังสบายดีอยู่ใหมครับ

    • @laoseri1746
      @laoseri1746  2 года назад +2

      ครั้งสุดท้ายที่เห็นเขาทำหน้าที่รัฐการคือประชุมที่ปากเซ ในวันที่ 13/12/2019 ตั้งแต่นั้นมาไม่เคยเห็นเขาอีกเลย

    • @peterpeth5123
      @peterpeth5123 2 года назад +2

      @@laoseri1746 แสดงว่าหายสาปสูญเป็นที่เรียบร้อยแล้วสินะ/เสียดายคนที่มีความรู้ความสามารถครับ.

    • @domonchannel2541
      @domonchannel2541 2 года назад +2

      @LAO SERI, Peter Peth ທ່ານຍັງເຮັດວຽກທີ່ສະພາ, ເປັນຄະນະປະຈໍາສະພາຢູ່ເດີ, ຍັງຢູ່ດີມີແຮງຢູ່. ຍັງອອກມາສໍາພາດໃນວຽກງານວິຊາສະເພາະກັບຫນ້າວຽກຂອງເພີ່ນຢູ່ສະພາ.

    • @laoseri1746
      @laoseri1746  2 года назад +4

      @@domonchannel2541 ກະລຸນາຕໍ່ລິ່ງການສຳພາດໃຫ້ເບິ່ງແດ່ ຖ້າເປັນຄວາມຈິງ

    • @sl2xz
      @sl2xz 2 года назад +2

      แม่นๆอยากเห้นท่านคําเผย

  • @laoseri1746
    @laoseri1746  2 месяца назад

    ດ່ຽນບ່ຽນຟູ (Dien Bien Phu) ເປັນທີ່ຮູ້ກັນຢ່າງກວ້າງຂວາງໃນສປປລາວ ວ່າເປັນສະໜາມຮົບດຸເດືອດເລືອດນອງ ບົ່ງບອກເຖິງຄວາມອົງອາດກ້າຫານຊານໄຊຂອງທະຫານວຽດມິນ ໃຕ້ການນຳອັນສຸດສະຫລາດສ່ອງໃສຂອງໂຮຈິມິນ ທີ່ສາມາດຍາດແຍ່ງເອົາດ່ຽນບ່ຽນຟູຈາກຝຣັ່ງກັບມາສູ່ອ້ອມອົກຂອງປະເທດວຽດນາມ ຊຶ່ງໄດ້ຮັບຄວາມຊົມເຊີຍຍ່າງສຸດອົກສຸດໃຈຈາກພັກຄອມມີວນິສຕລາວວຽດ ສປປລາວ ຜູ້ເອົາຮູບ ແລະ ຫຸ່ນປັ້ນຂອງໂຮຈິມິນມາກາບໄຫວ້ບູຊາໃນສປປລາວ ປິດຫູບັງຕາປະຊາຊົນ ປິດບັງຄວາມຈິງ ທີ່ດ່ຽນບ່ຽນຟູ ເປັນຊື່ໃໝ່ຂອງ ເມືອງແຖນ ຂອງອານາຈັກສິບສອງຈຸໄທ ທີ່ເປັນສ່ວນຫນຶ່ງຂອງອານາຈັກລ້ານຊ້າງ ຊຶ່ງໝາຍຄວາມວ່າ ໂຮຈິມິນ ຍາດເອົາເມືອງແຖນ ແຜ່ນດິນລາວ ໄປເປັນຂອງວຽດມິນເອງຢ່າງໜ້າດ້ານໆ ຈົນຄົນຣາຊອາຈັກລາວມີຄຳສັບວ່າ "ແກວແດງກິນໝາໜ້າດ້ານ" ຊຶ່ງຢັ້ງຢືນດ້ວຍເນື້ອເພັງ ພັທນາກອນ ຂອງຄຳຫລ້າ ໜໍ່ແກ້ວ 1965:
    "ດຽວນີ້ແກວແດງໜ້າດ້ານລານລຸກບ້ານປ່າຂາດອນ ເກນໝູ ເກນໜາ ງົວຄວາຍ ໄປຫລ່ອນ ສ້າງຄວາມເດືອດຮ້ອນໄປທຸກຫົນແຫ່ງ" ruclips.net/video/hlgOA5Zo_gU/видео.html
    ຄົນລາວເຜົ່າໄທດຳທີ່ອານາຈັກສິບສອງຈຸໄທ ຮວມທັງເມືອງແຖນ ຖືກວຽດມິນທະຫລົ່ມທຳລາຍ ກາຍເປັນຜູ້ອົພຍົບຫລົບໄພ ໜີຕາຍມາຣາຊອານາຈັກລາວ ຊຶ່ງເປັນທີ່ມາຂອງ ເພັງ "ໄທດຳລຳພັນ" ຂອງ ກໍ ວິເສດ ທີ່ໂດງດັງໃນລາວ ແລະ ໄທຍຈາກວັນນັ້ນມາຈົນເຖິງປະຈຸບັນ
    ເພັງ ໄທດຳລຳພັນ: ruclips.net/video/c9juO-U1QjM/видео.html
    ຂໍ້ມູນເບື້ອງຫລັງ:
    ເມື່ອລາວໄດ້ຮັບເອກະຣາດຈາກຝຣັ່ງໃນວັນທີ 19/07/1949 (4 ປີຫຼັງຈາກສົງຄາມໂລກຄັ້ງທີສອງສິ້ນສຸດລົງໃນວັນທີ 02/09/1945) ຝຣັ່ງມອບໃຫ້ຄົນລາວປົກຄອງກັນເອງ ແຕ່ຢູ່ພາຍໃຕ້ການອາລັກຂາຄຸ້ມກັນຂອງຝຣັ່ງ ຊຶ່ງທະຫານຝຣັ່ງຍັງມີຫນ້າທີ່ຮັກສາຄວາມໝັ້ນຄົງຂອງຣາຊອານາຈັກລາວ ຈົນກວ່າກອງທັບແຫ່ງຊາດຣາຊອານາຈັກລາວຈະເຂັ້ມແຂງພໍທີ່ຈະຮັບໜ້າທີ່ນັ້ນດ້ວຍຕົນເອງ (ກອງທັບແຫ່ງຊາດຣາຊອານາຈັກລາວຖືກສ້າງຕັ້ງໃນວັນທີ 23/03/1947 ໂດຍເຈົ້າສີສະຫວ່າງວົງ)
    ໃນຄະນະທີ່ກອງທັບຣາຊອານາຈັກລາວກຳລັງກໍ່ຮ່າງສ້າງຕົວ ວຽດມິນລະເມີດອະທິປະໄຕຂອງລາວ ບຸກເມືອງແຖນ (ດ່ຽນບ່ຽນຟູ) ສ້າງເສັ້ນທາງທີ່ເອີ້ນວ່າ "ໂຮຈິມິນທຣ່ຽວ" ໃນດິນລາວ ລຽບຕີນສາຍພູຫລວງ ເພື່ອລຳລຽງອາວຸດ ແລະກຳລັງພົນລົງບຸກໂຈມຕີວຽດນາມໃຕ້ ໂດຍໄດ້ຮັບການຮ່ວມມືຈາກສຸພານຸວົງ ຜູ້ທີ່ໄດ້ໂຕນໄປຮ່ວມມືກັບໂຮຈິມິນທີ່ຮາໂນຍໃນວັນທີ 01/01/1950
    ໃນປີ 1953 ຝຣັ່ງຕັ້ງຄ້າຍທີ່ເມືອງແຖນ (ດ່ຽນບ່ຽນຟູ) ເພື່ອສະກັດກັ້ນການບຸກລຸກໂຈມຕີຣາຊອານາຈັກລາວຂອງວຽດມິນ ແຕ່ທະຫານຝຣັ່ງຜູ້ຫາກໍ່ເສັຍໄຊໃຫ້ຍີ່ປຸ່ນໃນສົງຄາມໂລກຄັ້ງທີສອງ ອ່ອນແອ ແຜນຍຸດທະສາດຂາດສະມັດຖະພາບ ຈິ່ງເສັຍໄຊໃຫ້ທະຫານວຽດມິນໃນ "ບັ້ນຣົບດ່ຽນບ່ຽນຟູ" (ຈາກວັນທີ 13 ມີນາ ເຖິງ ວັນທີ 7 ພຶດສະພາ ປີ ຄ.ສ. 1954) ຈາກນັ້ນມາ ເມືອງແຖນຂອງລາວ ກາຍເປັນເມືອງດ່ຽນບ່ຽນຟູຂອງວຽດນາມດັ່ງທີ່ເຫັນທຸກວັນນີ້.
    ຊາວລາວເຜົ່າໄທດຳ ບອກເລົ່າການອົພຍົບຈາກ ເມືອງແຖນ (ອານາຈັກສິບສອງຈະໄທ) ມາຢູ່ບ້ານຮ່ອງແຊງ ວຽງຈັນໃນປີ 1955:​ ruclips.net/video/Nb8GvKggBDU/видео.html

  • @ForYou-eb1zv
    @ForYou-eb1zv Год назад +2

    เอาท่านคำเผยมาเป็นนายกรัฐมนตรี​ลาวคือสิดีแนวคิดกว้างไกลบ่อคับแคบ

  • @MattBounpraseuth
    @MattBounpraseuth 4 месяца назад +1

    ທ່ານດຣ. ຄຳເຜີຍ ປານທະໃລທອງໄປຢູ່ໃສແລ້ວທ່ານ? ສັງຄົມໂລກອົງການສິດທີນຸດຊົນສະຫະປະຊາຊາຕກຳລັງທວງຖາມເດີ.ພັກລັດບານລາວຕ້ອງແນ່ນອນ.ຢ່າລືມ🎉🎉

    • @laoseri1746
      @laoseri1746  4 месяца назад +1

      ພັກປະຊາຊົນປະຕິວັດລາວ ມັນເປັນພັກຂອງວຽດມິນ ໂຮຈິມິນສ້າງຕັ້ງມັນໃນປີ 1955 ໃຫ້ໄກສອນ ແລະ ໜູຮັກ ເປັນປະທານ ແລະ ຮອງປະທານ ທັງສອງເປັນສະມາຊຶກພັກວຽດມິນຂອງໂຮຈິມິນ ແລະ ເປັນສັນຊາດ ເຊື້ອຊາດວຽດ ແລະ ແນ່ນອນວ່າປະຕິຍານຕົວຕໍ່ໂຮຈິມິນ ແລະ ວຽດນາມ
      ຈຸດປະສົງຂອງການສ້າງຕັ້ງພັກນີ້ກໍ່ເພື່ອທຳລາຍພັກແນວລາວອິສະຣະຂອງສຸພານຸວົງໃຫ້ສິ້ນຊາດ ແລະຍຶດຄອງປະເທດລາວ ບັງຄັບພັກດັນຄົນລາວໃຫ້ຢູ່ໃຕ້ພື້ນຕີນຂອງວຽດມິນເອງ ເພາະສະນັ້ນຄົນລາວຜູ້ໃດທີ່ມີແນວຄິດເອກະລາດ ຢາກແຍກຕົວອອກຈາກແນວທາງຂອງວຽດ ຕ້ອງຖືກກຳຈັດປາບປາມໃຫ້ດັບສູນ ດັ່ງ ດຣ. ຄຳເຜີຍ ແລະ ທ່ານສົມບັດ ສົມພອນ
      ເຖິງອົງການສາກົນ ແລະ ສະຫະປະຊາຊາດຈະຕໍ່ວ່າຕໍ່ຂານຢ່າງໃດ ພວກມັນກໍ່ບໍ່ຮ້ອນກົ້ນ ເຮັດໜ້າມືນ ເມີນເສີຍດັ່ງທີ່ເຫັນໃນປະຈຸບັນ ໃນຄະນະທີ່ຄອບຄົວພວກມັນຂຸດຄົ້ນ ປຸ້ນສະດົມຊັພະຍາກອນຊາດລາວຂາຍໃຫ້ຕ່າງຊາດ ເຊັ່ນບໍ່ຄຳອັດຕະປື ແລະ ປ່າໄມ້ລາວ ຈົນຈະຫາຍສາບສູນໝົດແລ້ວ

  • @BTH398
    @BTH398 3 месяца назад

    พูดความจริงไปเปร่าท่านไม่ถูกใจพรรค-ลัดนะ

  • @donnypathoum9351
    @donnypathoum9351 Год назад

    ເປັນນຳເພິ່ນຍົກ ບັນຫາທິດສະດີມາກເລນິນ ຊຶ່ງ ອາດຈະຂັດຕໍ່ ແນວທາງ😀

    • @laoseri1746
      @laoseri1746  Год назад +1

      ດຣ. ຄຳເຜີຍ ເວົ້າຖືກແລ້ວ ລະລອບມາກເລນິນ ຖືກນຳໃຊ້ຄັ້ງທຳອິດທີ່ສະຫະພາບໂຊວຽດແຕ່ປີ 1917 ພຸ້ນ ຊາວໂຊວຽດເຜົາມັນຖິ້ມໄດ້ 32 ປີ ມາແລ້ວ (1991) ບໍ່ມີໃຜກາບໄຫວ້ບູຊາມັນອີກແລ້ວ ຍັງເຫລືອແຕ່ ຄີວບາ ແລະ 4 ປະເທດຜະເດັດການ ເອເຊັຍ ລາວ, ວຽດນາມ, ຈີນແດງ, ແລະ ເກົາຫລີເໜືອເທົ່ານັ້ນທີ່ຍັງຮັກສາມັນໄວ້ ເພື່ອກຳອຳນາດໄວ້ໃນມືຂອງກຸ່ມ "ຜູ້ນຳ" ເອງ ເພື່ອກອບໂກຍ ສ້າງຮັງຄູນມີໃຫ້ຄອບຄົວຕົວເອງ ຖ້າປ່ຽນລະບອບຕົນກໍ່ຕົກອຳນາດ ຂາດລາຍໄດ້ສ່ວນຕົວ
      ດຣ. ຄຳເຜີຍຕ້ອງການປ່ຽນແປງມັນເພື່ອປະຊາຊົນ ແນວຄິດຂອງເພິ່ນບໍ່ແມ່ນແນວຄິດໃຫມ່ແຕ່ຢ່າງໃດ ຊາວໂລກເຂົາຮູ້ກັນມາເປັນສັດຕະວັດແລ້ວວ່າລະບອບຄອມີວນິສຕ ມັນຂັດຂວາງຄວາມຈະເລີນ ມັນເຮັດໃຫ້ຊີວິດຂອງປະຊາຊົນຕົກຕ່ຳຈຳດິນ ແລະຕົກຢູ່ໃຕ້ຕີນຂອງຜູ້ນຳຜະເດັດການຢ່າງເງິຍຫົວບໍ່ຂື້ນ
      _ ຄວາມແຕກຕ່າງຂອງລະບອບຄອມມີວນິສຕລາວ ແລະ ປະຊາທິປະໄຕ ຣາຊອານາຈັກລາວ: ruclips.net/video/FDGLMgfrej4/видео.html

  • @nikxi2581
    @nikxi2581 2 года назад +2

    ຄົນລາວເຮົາສ່ວນຫຼາຍຍົງຈົມປັກຢູ່ກັບອະດິດບໍ່ຍອມຮັບການປ່ຽນແປງບໍ່ມັກການພັດທະນາຈາກປະເທດຕາວັນຕົກ

    • @laoseri1746
      @laoseri1746  2 года назад +1

      ສ່ວນຫຼາຍຍັງບໍ່ຮູ້ຄວາມຈິງ:
      _ ສຸພານຸວົງເຈົ້າເລ່ ruclips.net/video/81mz5hhO6CM/видео.html
      _ ສົງຄາມລາວ ອິນໂດຈີນ ruclips.net/video/psqF7IBTG-w/видео.html
      _ ຄວາມແຕກຕ່າງລະຫວ່າງ ຣາຊອານາຈັກລາວ ແລະ ສປປລາວ ruclips.net/video/FDGLMgfrej4/видео.html

  • @Name-km1rc
    @Name-km1rc 2 года назад +2

    🐹❤️❤️❤️❤️❤️

  • @Tiger237infantry
    @Tiger237infantry 7 месяцев назад

    ຄິດຮອດເພີ່ນເດ ຢູ່ໃສເດທ່ານ ຖ້າພັກລັດມີແຕ່ຄົນແບບນີ້ລາວຈະເລິນແທ້ ແທ້

  • @panyaphongsanith4715
    @panyaphongsanith4715 4 месяца назад

    ,ຟັງຍາມໃດກະມີຄຸນຄ່າ ແລະ ສົມກັບເປັນຜູ້ນຳ ເບີ່ງສພາບຄວາມເປັນທຸກມື້ຖືກຕ້ອງທຸກຢ່າງ

  • @sl2xz
    @sl2xz 2 года назад +2

    สบายดีท่านคําเผย

  • @Pinggg-i2y
    @Pinggg-i2y 3 месяца назад

    ຊີເອົາພາບນີ້ອອກແຊເຮັດຫຍັງເພາະທ່ານຄຳເຜີຍເຮັດຜິດຕໍ່ລະບຽບຂອງພັກເຂົາ,ລະບອບການເມືອງໃດກໍຄືກັນຖ້າຄຳເວົານັນມີລັກສະນະຕ້ານ,ຂັດກັບທິດສະດີຂອງເຂົາກາຊີຄືກັນນີ້ລະ...

    • @laoseri1746
      @laoseri1746  3 месяца назад

      ນີ້ລະເຂົາຈິ່ງເອື້ນວ່າລາວຕາຂາວ ໃນໂລກນີ້ຄົງບໍ່ມີໃຜໂງ່ໄປກວ່ານີ້ ສົມພໍໄດ້ເປັນຂີ້ຂ້າແກວແດງໃນແຜ່ນດິນໂຕເອງ

  • @sonnywinston5146
    @sonnywinston5146 3 месяца назад +1

    ຍັງມີແກວນັ່ງຢູ່ສະພາ ປະເທດລາວໝົດໂອກາດຈະເຣີນ

    • @laoseri1746
      @laoseri1746  3 месяца назад +1

      ແມ່ນ
      ປະເທດລາວອາດຫາຍສາບສູນຈາກແຜນທີ່ໂລກ ດັ່ງອານາຈັກສິບສອງຈຸໄທ ເມືອງແຖນ (ດ່ຽນບ່ຽນຟູ ໃນປະຈຸບັນ) ຖ້າຄົນ ສປປລາວ ຍັງບໍ່ຕື່ນຈາກນອນ

  • @jerrypsb4059
    @jerrypsb4059 2 года назад +1

    ຮັບຖືລາວເລີຍ

  • @nanfcpun1128
    @nanfcpun1128 Год назад

    ແນວທາງການເມືອງຂອງລາວ ຄືແນວທາງປົດປ່ອຍຊາດ ຈົນພວກເຮົາມີເອກະລາດຮອດທຸກມື້ນີ້ ພວກ ເຈົ້າຈະລົບລ້າງລະບອບໃຫມ່ ຂອງພວກເຮົາ ປະຊາຊົນລາວບັນດາເຜົ່າ ຈະບໍ່ຍອມຮັບແນວຄິດແບບນີ້ບໍ່ໄດ້

    • @laoseri1746
      @laoseri1746  Год назад +2

      ປົດປ່່ອຍຈາກໃຜ?
      ເຈົ້າບໍ່ຮູ້ເບາະວ່າລາວໄດ້ຮັບເອກຣາດຈາກຝຣັ່ງໃນວັນທີ 19/07/1949 ກ່ອນສຸພານຸວົງໂຕນໄປພົບໂຮຈິມິນທີ່ຮ້າໂນຍແລະນຳທະຫານແກວແດງເຂົ້າມາໂຈມຕີລາວໃນວັນທີ 01/01/1950? ເຈົ້າບໍ່ຮູ້ປະຫວັດຂອງສຸພານຸວົງເບາະ?
      ປີ 1949 ກັບປີ 1950 ອັນໃດມາກ່ອນກັນ?
      ກະຣຸນາໃຊ້ສະຕິປັນຍາ ສະໝອງຄິດ ຄົ້ນຄວ້າຫາຄວາມຈິງ ເບິ່ງຂໍ້ມູນຫຼັກຖານ ຖ້າຫຼັບຫູຫຼັບຕາ "ເຊື່ອໝັ້ນຢ່າງຕາຍໃຈຕໍ່ການນຳພາຂອງພັກ" ດັ່ງຄຳຫຼອກລວງລ້າງສະໝອງຂອງໂຈນ ເຮົາຈະໄດ້ເປັນຂີ້ຂ້າຕ່າງດ້າວໃນແຜ່ນດິນຕົນເອງຢ່າງໂງ່ງົງ ແລະຄົງຖືກເຂົາຢຽດຫຍາມດູມິນ ສິ້ນຊາດຂາດຕະກຸນຕໍ່ໄປ
      ກະຣຸນາອ່ານເບິ່ງ "ເສັ້ັນເວລາຂອງເຫດການສຳຄັນໃນສົງຄາມລາວ (ອິນໂດຈີນ)" ຂ້າງເທິງ

    • @laoseri1746
      @laoseri1746  Год назад +1

      ປະທານປະເທດຝຣັ່ງຜູ້ເຊັນມອບເອກະຣາດໃຫ້ລາວມາຢ້ຽມຢາມລາວໃນວັນທີ 24/03/1962 ruclips.net/video/NQBkaLgi-AE/видео.html

  • @ບົວໄລ-ຜ2ຈ
    @ບົວໄລ-ຜ2ຈ 4 месяца назад

    ໄຫ້ຫວຽດມາຄຸ້ມຄອງແບບນີ້ລະ

    • @laoseri1746
      @laoseri1746  3 месяца назад

      ໜ້າຈະເປັນ: "ຍອມເປັນຂີ້ຂ້າແກວແດງໃນແຜ່ນດິນຕົນເອງ ມັນກໍ່ແບບນີ້ລະ!"

  • @vansanacwking5528
    @vansanacwking5528 2 года назад +3

    ອ້າຍຂໍອະນຸຍາດຖາມແນປະຕິການແມ່ນຫມາຍຄວາມວ່າແນວໃດ?

    • @laoseri1746
      @laoseri1746  2 года назад +1

      ປະຕິ ແປວ່າ ຕໍ່ຕ້ານ
      ການ ແມ່ນຄຳນຳໜ້າຫຼືເຕີມທ້າຍຂອງຄຳນາມ ເມື່ອເອົາປະສົມກັບຄຳກິລິຍາແລ້ວ ຄຳປະສົມນັ້ນຈະເປັນຄຳນາມ ເຊັ່ນ ການ + ຮ້ອງເພງ = ການຮ້ອງເພງ (ຮ້ອງເພງ ເປັນຄຳກິລິຍາ ເມື່ອເອົາປະສົມໃສ່ "ການ" ມັນກາຍມາເປັນຄຳນາມ)
      ປະຕິການ = ການຕໍ່ຕ້ານ ຊຶ່ງໝາຍເຖິງການຕໍ່ຕ້ານການນຳຄອມມີວນິສຕລາວ
      ມັນເປັນຄຳສັບໃໝ່ທີ່ພັກລັດສປປລາວແຕ່ງຂື້ນຫຼັງຈາກຍຶດຄອງລາວໃນປີ 1975 ເພື່ອໃສ່ຮ້າຍປ້າຍສີ ກ່າວຫາ ປ່ອຍດ່າ ປະນາມຄົນຣາຊອານາຈັກລາວ ຫຼືຜູ້ໃດໆທີ່ບໍ່ເຫັນດີກັບການນຳພັກລັດ ດັ່ງດຣ. ຄຳເຜີຍກ່າວ ມັນເປັນຄຳສັ້ນໆ ໃຊ້ໄດ້ງ່າຍ ແລະມີປະສິດທິພາບເໝືອນກັບເອົາຂີ້ຕົມຈາກຮ່ອງນ້ຳເໝັນສາດໃສ່ຄົນ ທຸກຄົນທີ່ຖືກຕົມກໍ່ຈະເໝັນທັນທີ
      ແຕ່ຖ້າຄົນເຮົາມີຄຸນນະທຳ ມີຈິດສຳນຶກ ເຮົາຈະເຫັນໄດ້ວ່າຄົນທີ່ສາດຕົມໃສ່ຄົນອື່ນນັ້ນຄືອັດຕະພານ ໂຈນມານຈາກນາຣົກ

    • @vansanacwking5528
      @vansanacwking5528 2 года назад +2

      @@laoseri1746 ໂດຍຂອບໃຈຫລາຍ

    • @vansanacwking5528
      @vansanacwking5528 2 года назад +1

      @@laoseri1746 ອ້າຍນ້ອງຂໍອະນຸຍາດຖາມອີກຢາງ1ໄດ້ບໍຖ້າຫາກວ່າຜູ້ທີເປັນຜູ້ນຳສູງສຸດຈະປຽນລະບອບການປົກຄອງໄດ້ບໍເຊັນຄ.ນ/ເປັນ/ປຊທິປະໄຕ

    • @laoseri1746
      @laoseri1746  2 года назад

      @@vansanacwking5528 ຖາມໄດ້ທຸກຢ່າງນ້ອງ ບໍ່ຕ້ອງເກງໃຈ ມີຄຳຖາມຫຍັງກໍ່ຖາມໄດ້ເລີຍ
      ຄຳຖາມຂອງນ້ອງເຄີຍມີຄົນຖາມມາແລ້ວ ຊື່ Jerry Psb ໃຫ້ນ້ອງອ່ານເບິ່ງຄຳຖາມແລະຄຳຕອບໃນຄຳເມັນຂອງຄລີພນີ້ເດີ
      ruclips.net/video/VcN1DTQDVWk/видео.html

    • @laoseri1746
      @laoseri1746  2 года назад

      @@vansanacwking5528 ແນະນຳໃຫ້ເບິ່ງຄລີພນີ້ອີກ ເພື່ອຄວາມເຂົ້າໃຈລະບົບການປົກຄອງ ruclips.net/video/FDGLMgfrej4/видео.html

  • @lzmobaile1327
    @lzmobaile1327 2 года назад

    ເຈົ້າເວົ້າເຫມືອນ ເຈົ້າມາແຕ່ຟາກຟ້າ ຄວາມຮູ້ບໍ່ມີດອກ ຄົນມີຄວາມຮູ້ເຂົາບໍ່ເວົ້າແບບຄັບແຄບ

    • @laoseri1746
      @laoseri1746  2 года назад +3

      ກະລຸນາອະທິບາຍວ່າມັນຜິດຢ່າງໃດ? ຫຼືມັນບໍ່ດີຕໍ່ປະຊາຊົນ ຕໍ່ປະເທດຊາດຢ່າງໃດ? ຄົນລາວເຮົາຄວນໃຊ້ເຫດຜົນ ຂໍ້ມູນ ຄວາມຈິງ ວິເຄາະພິຈາລະນາ ໂຕວາທີກັນ ແທນທີ່ຈະກ່າວຫາກັນ ເມື່ອຕົນບໍ່ເຫັນດີກັບແນວຄິດຄົນອື່ນກໍ່ເອີ້ນເຂົາວ່າ "ປະຕິການ" ທັນທີໂດຍທີ່ບໍ່ອະທະບາຍສົນທະນາຫຍັງດັ່ງທ່ານຄຳເຜີຍກ່າວໃນກອງປະຊຸມນີ້

  • @저멍사람이사랑해요
    @저멍사람이사랑해요 2 года назад +2

    ຈິງ ທ່ານ ດຣ

  • @ปาณัทพงษ์ถิ่นแก้ว-ภ2ม

    เสียดายดร.บ่ฮุ้ว่าเรายังสบายดีบ่อเบิ่งคนรอบข้างเราแต่ละคนนั่งเฮดหน้าเซเว่บ่คิดยัง

    • @laoseri1746
      @laoseri1746  Месяц назад

      ຄຳເຫັນໃດໆທີ່ບໍ່ຍົກຍ້ອງຊົມເຊີຍພໍ່ແກວແດງ ພວກມັນຈະເຮັດໜ້າຕາເສີຍຄືບໍ່ຮູ້ເລື້ອງແນວນີ້ລະ ແຕ່ເມື່ອໃດທີ່ພໍ່ແກວແດງສັ່ງໃຫ້ຕາມລ່າຕາມຂ້າຄົນລາວດ້ວຍກັນນີ້ ພວກມັນຫູຕັ້ງ ຕາຕີ່ຕາແດງເໝືອນແປວໄຟທີ່ພ້ອມຈະເຜົາຜານທຳລາຍຄົນລາວເອງເພື່ອປົກປ້ອງແກວແດງ ໃນທຸກເວລານາທີທີ່ມີຄຳສັ່ງອອກມາ

  • @laoseri1746
    @laoseri1746  2 месяца назад

    ຕອບຄຳຖາມ FC:
    _ ເປັນຫຍັງຣາຊອານາຈັກລາວຈິ່ງເສັຍໄຊໃຫ້ລາວແດງ ແລະ ວຽດມິນ?
    _ ເປັນຫຍັງຣາຊອານາຈັກລາວຈິ່ງບໍ່ສົ່ງທະຫານຕົນຕັດເສັ້ນທາງໂຮຈິມິນທີ່ຊາຍແດນລາວ/ວຽດນາມເຫນືອ?
    ຄຳຕອບ:
    ລາວຍັງບໍ່ມີກອງທັບ ແລະ ຍັງເປັນເມືອງຂື້ນຂອງຝຣັ່ງເມື່ອວຽດມິນເລີ້ມບຸກລຸກລ່ວງລ້ຳແຜ່ນດິນລາວ:
    _ 19/05/1941 ໂຮຈິມິນສ້າງຕັ້ງພັກ ວຽດມິນ ແລະເລີ້ມສົ່ງທະຫານວຽດມິນເຂົ້າດິນລາວ ຕາມທາງຮ່ອມບູຮານ (Trail) ເພື່ອໂຈມຕີທະຫານຝຣັ່ງໃນວຽດນາມ ໂດຍການໃຊ້ດິນລາວທີ່ມີພູຜາປ່າຕຶບດົງຫນາ ແລະ ເຫວຖ້ຳລຳທານ ເປັນທີ່ລີ້ຊ່ອນ ຫລອນໂຈມຕີທະຫານຝຣັ່ງໃນວຽດນາມ ຊຶ່ງໃນເວລານັ້ນ ລາວຍັງເປັນຫົວເມືອງຂື້ນຂອງຝຣັ່ງ ແລະຍັງບໍ່ມີກອງທັບເປັນຂອງໂຕເອງ
    _ ເດືອນມີນາ 1945 ຍີ່ປຸ່ນບຸກລຸກອິນໂດຈີນ ຈັບເຈົ້າຫນ້າທີ່ຝຣັ່ງຈຳນວນຫລວງຫລາຍ ແລະ ກະສັດສີສະວ່າງວົງເຂົ້າຄຸກ ທະຫານລາວຝຣັ່ງສ່ວນທີ່ລອດຊີວິດ ຫລົບໜີອອກໄປຕັ້ງຫລັກໃໝ່ໃນປ່າດົງພົງໄພ
    _ ເດືອນຕໍ່ມາ ເມສາ 1945 ຍີ່ປຸ່ນ ແລະ ເຈົ້າເພັດຊະຣາດຜູ້ທີ່ເປັນນາຍົກຂອງອານາຈັກຫລວງພຣະບາງໃນເວລານັ້ນ ບັງຄັບພັກດັນໃຫ້ກະສັດສີສະວ່າງວົງແຫ່ງຫລວງພຣະບາງ ປະກາດເອກະຣາດ ແຍກຕົວຈາກຝຣັ່ງ ແລະເຂົ້າຮ່ວມອົງການ "ຂົງເຂດການຮ່ວມມືເພື່ອຄວາມຈະເຣີນຮຸ່ງເຮືອງຂອງເອເຊັຍຕາວັນອອກຍິ່ງໃຫຍ່" (Greater East Asia Co-Prosperity Sphere) ຊຶ່ງເປັນແຜນການຍຶດຄອງເອເຊັຍຂອງຈັກະພັດຍີ່ປຸ່ນເອງ ຫມາຍຄວາມວ່າ ເຈົ້າເພັດຊະຣາດຫລົງກົນຍີ່ປຸ່ນ ເຫມືອນກັບເຈົ້າສຸພານຸວົງຫລົງກົນຂອງວຽດມີິນນັ້ນເອງ
    _ ສາມເດືອນຕໍ່ມາ (15/08/1945)​ ຍີ່ປຸ່ນຍອມຈຳນົນ ຫລັງຈາກຖືກລະເບີດນີວເຄລັຍຂອງສະຫະຣັດ
    _ ສິບສອງວັນຕໍ່ມາ (27/08/1945) ເຈົ້າເພັດຊະຣາດ ຍຶດອຳນາດຈາກຍີ່ປຸ່ນ ປະກາດຕົວເປັນເອກະຣາດ ແຕ່ໃນຖານະນາຍົກຂອງອານາຈັກຫລວງພຣະບາງ ຊຶ່ງບໍ່ອຳນາດຂ້າງນອກເຂດຫລວງພຣະບາງ ພັນທະມິດຕາວັນຕົກ (ສະຫະຣັດ ແລະ ຢູໂຣບ) ຈິ່ງບໍ່ຮັບຮູ້ການປະກາດຕົວຂອງເຈົ້າເພັດຊະຣາດ ເປັນຜົນໃຫ້ກະສັດສີສະວ່າງວົງ ປົດຕຳແຫນ່ງເຈົ້າເພັດຊະຣາດຈາກນາຍົກຫລວງພຣະບາງ
    ເຈົ້າເພັດຊະຣາດແກ້ແຄ້ນໂດຍການສັ່ງປົດກະສັດສີສະວ່າງວົງລົງຈາກພຣະຣາຊບັນລັງຫລວງພຣະບາງ ແລະ ສັ່ງທະຫານລາວອິສະຣະກັກຂັງກະສັດສີສະວ່າງວົງໄວ້ໃນຣາຊະວັງຫລວງພຣະບາງ
    _ ສອງເດືອນຕໍ່ມາ (12/10/1945)​ ເຈົ້າເພັດຊະຣາດສ້າງຕັ້ງພັກລາວອິສະຣະຢ່າງເປັນທາງການ ແລະ ຈັດຕັ້ງຣັຖບານລາວອິສະຣະ ຕໍ່ຕ້ານກັບຝຣັ່ງ ກີດກັ້ນບໍ່ໃຫ້ທະຫານລາວຝຣັ່ງທີ່ຫລົບໄພໃນປ່າດົງນັ້ນກັບມາມີອຳນາດອີກ ແຕ່ສຸພານຸວົງ ຣັຖມົນຕຣີປ້ອງກັນຊາດ ເປັນຜູ້ບັນຊາກອງທະຫານລາວອິສະຣະທີ່ຂາດສະມັດຖະພາບ ເຮັດເງິນງົບປະມານຂອງກອງທັບສູນຫາຍ ຫລືຍັກຍອກເງິນ ເກີດການຜິດຖຽງພາຍໃນຂະຫນາດໃຫຍ່ ກັບທ່ານກະຕ່າຍ ດົນສະໂສຣິດ ຜູ້ເປັນຣັຖມົນຕຣີກະຊວງການເງິນ
    ຄວາມອ່ອນແອ ແລະ ຄວາມແຕກແຍກພາຍໃນຂອງຣັຖບານລາວອິສະຣະ ເປີດໂອກາດໃຫ້ທະຫານລາວຝຣັ່ງ ພັງປະຕູເມືອງເຂົ້າມາປົດປ່ອຍກະສັດສີສະວ່າງວົງອອກຈາກການກັກຂັງ ແລະ ນຳອຳນາດຄືນມາໃຫ້ຣັຖບານຂອງກະສັດສີສະວ່າງວົງ
    _ ເດືອນເມສາ 1946 ຣັຖບານລາວອິສະຣະໂຕນໜີໄປລີ້ໄພທີ່ປະເທດໄທຍ
    _ ເດືອນສິງຫາ 1946 ຝຣັ່ງສ້າງຕັ້ງຣາຊອານາຈັກລາວ ມອບອຳນາດໃຫ້ກະສັດສີສະວ່າງວົງ ແຫ່ງຫລວງພຣະບາງ ເປັນກະສັດທົ່ວປະເທດລາວ ຮວມທັງວຽງຈັນ ແລະ ອານາຈັກຈຳປາສັກ ເຈົ້າກິດາວົງ ຖືກແຕ່ງຕັ້ງເປັນນາຍົກຄົນທຳອິດຂອງຣາຊອານາຈັກລາວ (1946-1947)
    _ 23/03/1947 ກະສັດສີສະວ່າງວົງສ້າງຕັ້ງກອງທັບແຫ່ງຊາດຣາຊອານາຈັກລາວ
    _ 20/01/1949 ໂຫຈິມິນຈັດຕັ້ງໜ່ວຍທະຫານ "ປະເທດລາວ" ຫຼື "ກອງທັບປະຊາຊົນລາວ" ຈອມປອມທີ່ຮ້າໂນຍ ແລະແຕ່ງຕັ້ງ Cai Song Nugyen (ໄກສອນ) ສັນຊາດ, ເຊື້ອຊາດຫວຽດ ແລະສະມາຊິກພັກຫວຽດມິນ ເປັນຜູ້ບັນຊາ
    _ 19/07/1949 ລາວໄດ້ຮັບເອກະລາດຈາກຝຣັ່ງໂດຍການພັກດັນຈາກເມກາ ມອບສິດໃຫ້ຣາຊອານາຈັກລາວປົກຄອງຕົນເອງ ແຕ່ຢູ່ພາຍໃຕ້ການຄຸ້ມກັນຂອງຝຣັ່ງໃນຄະນະທີ່ກອງທັບຣາຊອານາຈັກລາວກຳລັງກໍ່ຮ່າງສ້າງຕົວ
    _ 14/10/1949 ພັກລາວອິສະຣະ ປະກາດຕົວຍຸບເລີກ ແລະສະມາຊິກກັບຈາກໄທຍມາລາວ ຍົກເວັ້ນເຈົ້າເພັດຊະຣາດທີ່ຄົງຄ້າງຢູ່ເມືອງໄທຍ
    _ 01/01/1950 ສຸພານຸວົງ ໂຕນໄປຮ້າໂນຍ ພົບກັບໂຮຈິມິນ ທີ່ບ້ານ Lập Bình
    _ 13/08/1950 ສຸພານຸວົງ ຈັດຕັ້ງພັກ ແລະ ຣັຖບານແນວລາວອິສະຣະ ເອົາວຽດມິນໄກສອນ ມາເປັນຣັຖມົນຕຣີປ້ອງກັນຊາດ ແລະ ໜູຮັກ ເປັນຣັຖມົນຕຣີກະຊວງເສດຖະກິດການຄັງ ຈາກນັ້ນນຳທະຫານປະເທດລາວ ແລະ ວຽດມິນເຂົ້າໂຈມຕີຣາຊອານາຈັກລາວ ໂດຍຜ່ານເມືອງແຖນ (ດ່ຽນບ່ຽນຟູ) ເຂົ້າສູ່ກີ່ວກະຈຳ ແລະ ພາກເຫນືອລາວ ຂະຫຍາຍເສັ້ນທາງໂຮຈິມິນໃນດິນລາວ
    _ 1953 ຝຣັ່ງຕັ້ງຄ້າຍທີ່ເມືອງແຖນ ເພື່ອສະກັດກັ້ນວຽດມິນ ແຕ່ທະຫານຝຣັ່ງຜູ້ຫາກໍ່ເສັຍໄຊໃຫ້ຍີ່ປຸ່ນໃນສົງຄາມໂລກຄັ້ງທີສອງ ອ່ອນແອ ແຜນຍຸດທະສາດຂາດສະມັດຖະພາບ ຈິ່ງເສັຍໄຊໃຫ້ທະຫານວຽດມິນໃນ "ບັ້ນຣົບດ່ຽນບ່ຽນຟູ" (13/03 ເຖິງ 07/05/1954) ruclips.net/video/Nb8GvKggBDU/видео.html

    • @laoseri1746
      @laoseri1746  2 месяца назад

      _ 08/05/1954 (ຫນຶ່ງວັນຫລັງຝຣັ່ງເສັຍໄຊໃຫ້ທະຫານແກວວຽດມິນທີ່ດ່ຽນບ່ຽນຟູ) ການເຈຣະຈາສັນຕິພາບທີ່ນະຄອນເຈນີວາ ປະເທດສະວິດເຊີແລນໄດ້ເປີດຂື້ນ (1954 Geneva Conference) ຊຶ່ງນຳໄປສູ່ການເຊັນສັນຍາສັນຕິພາບອິນໂດຈີນຄັ້ງທຳອິດ 20/07/1954 ທີ່ຕົກລົງແບ່ງວຽດນາມເປັນວຽດນາມເຫນືອ ແລະ ວຽດນາມໃຕ້ ທີ່ມີເສັ້ນແບ່ງຊາຍແດນທີ່ເສັ້ນຂະຫນານທີ 17 (ໃກ້ກັບເມືອງມະຫາໄຊຂອງລາວ) ຝຣັ່ງຈຳຕ້ອງຖອນອອກຈາກວຽດນາມ ໃນຄະນະທີ່ພັກແນວລາວອິສະຣະຂອງສຸພານຸວົງຕົກລົງເຂົ້າມາຮ່ວມຣັຖບານຣາຊອານາຈັກລາວທີ່ປະກາດຕົວເປັນກາງ ທະຫານຕ່າງດ້າວທັງຫມົດຈຳຕ້ອງຖອນອອກຈາກຣາຊອານາຈັກລາວ ແຕ່ວຽດມິນລະເມີດຂໍ້ຕົກລົງ ບໍ່ຍອມຖອນທະຫານຈາກລາວ ແລະຍັງເພີ້ມຈຳນວນພົນ ແລະ ຂະຫຍາຍການເຄື່ອນໄຫວໃນດິນລາວຕໍ່ໄປ ເຊັ່ນ ການສ້າງຕັ້ງ "ພັກປະຊາຊົນລາວ" ໃນວັນທີ 22/03/1955 (ປ່ຽນເປັນ ພັກປະຊາຊົນປະຕິວັດລາວໃນປີ 1972) ດຶງເອົາສະມາຊິກສຳຄັນຫລາຍຄົນອອກຈາກພັກແນວລາວອິສະຣະຂອງສຸພານຸວົງ ຈາກນັ້ນມາ ພັກປະຊາຊົນລາວ ກືນກິນພັກແນວລາວອິສະຣະຂອງສຸພານຸວົງ ຄອບຄອງພາກເໜືອລາວ ທີ່ມີຖານທັບທີ່ເມືອງວຽງໄຊ ແຂວງຊຳເຫນືອ ໂດຍການຊ່ວຍເຫລືອຈາກໂຊວຽດ ແລະ ຈີນ ແຕ່ກອງທັບຣາຊອານາຈັກລາວຜູ້ອ່ອນນ້ອຍ ພົບອຸປະສັກເມື່ອຝຣັ່ງໜີໄປ ຈິ່ງຂໍຄວາມຊ່ວຍເຫລືອຈາກສະຫະຣັດຫລາຍຂື້ນ ແຕ່ບໍ່ແຂງແຮງພໍທີ່ຈະປະເຊີນໜ້າກັບວຽດມິນທີ່ຊາຍແດນລາວ/ວຽດນາມເຫນືອ ເພື່ອຕັດຕົ້ນເຄົ້າຂອງສາຍທາງໂຮຈິມິນ (ດັບໄຟທີ່ຫົວລົມ)
      _ 06/01/1956 ສຸພານຸວົງສ້າງຕັ້ງ "ພັກແນວລາວຮັກຊາດ" ຫລັງຈາກພັກແນວລາວອິສະຣະຖືກພັກປະຊາຊົນລາວຂອງວຽດມິນກືນກິນສິ້ນຊາດ ປ່ຽນບົດບາດໄປເປັນຄວາຍໄຖ່ນາໃຫ້ວຽດມິນຕໍ່ໄປ
      _ 28/07/1959 ສຸພານຸວົງຖືກຈັບໃນຂໍ້ກ່າວຫາລະເມີດສັນຍາສັນຍາສັນຕິພາບ ເຈນີວາ 1954 ທີ່ສັ່ງໃຫ້ຝ່າຍຊ້າຍສຸພານຸວົງນຳກຳລັງທະຫານເຂົ້າມາຮ່ວມກັບຝ່າຍຂວາ ຮວມຕົວເປັນກອງທັບແຫ່ງຊາດຣາຊອານາຈັກລາວ ແຕ່ສຸພານຸວົງປະຕິເສດ ແລະ ສ່ວນໜຶ່ງຂອງຝ່າຍຊ້າຍໂຕນໄປຮ່ວມມືກັບວຽດມິນ
      _ 23/05/1960 ສຸພານຸວົງ ໂຕນອອກຈາກຄຸກໂພນເຄັງ ເດືນທາງໄປຊຳເໜືອ ແຂວງຫົວພັນ
      _ 10/08/1960 ສຸພານຸວົງຊັກຊວນ ແລະ ຮ່ວມມືກັບ ຮ້ອຍເອກ ກອງແລ ທຳການປະຕິວັດ ຍຶດອຳນາດຈາກຣັຖບານຣາຊອານາຈັກລາວ ຂອງເຈົ້າສົມສະໜິດ ແລ້ວແຕ່ງຕັ້ງເຈົ້າສຸວັນນະພູມມາເປັນນາຍົກ ruclips.net/video/s40XEg7tZHs/видео.html
      _ 14/12/1960 ນາຍພົນພູມີ ໜໍ່ສະຫວັນ ຂັບໄລ່ ກຸ່ມປະຕິວັດກອງແລ-ສຸວັນນະພູມມາ-ສຸພານຸວົງ-ວຽດມິນ ອອກຈາກວຽງຈັນ ແລະນຳອຳນາດຄືນມາໃຫ້ຣັຖບານຣາຊອານາຈັກລາວ ໂດຍມີເຈົ້າບຸນອຸ້ມເປັນນາຍົກ ruclips.net/video/vf3upWuo95Y/видео.html
      ເຈົ້າສຸວັນນະພູມມາໜີໄປຕັ້ງຖານທັບທີ່ໂພນສະຫວັນ (ຊຽງຂວາງ) ຮັບການຊ່ວຍເຫລືອຈາກໂຊວຽດ ແລະ ຈີນ ruclips.net/video/bL1niP7rt_8/видео.html
      ຈາກນັ້ນມາ ຝ່າຍກາງກອງແລ-ສຸວັນນະພູມມາ ຮ່ວມມືຢ່າງໃກ້ຊິດກັບຝ່າຍຊ້າຍລາວແດງສຸພານຸວົງ ແລະ ວຽດມິນ ເປີດການໂຈມຕີກັບຣາຊອານາຈັກລາວຢ່າງດຸເດືອດເລືອດນອງ ເຮັດໃຫ້ປະເທດເພື່ອນບ້ານ ຂະເຫມັນ ໄທຍ ວຽດນາມໃຕ້ ແລະ ອື່ນໆ ວິຕົກກັງວົນ ສົ່ງຄວາມຮ້ອນຮົນນັ້ນໄປເຖິງ ປະທານາທິບໍດີແຄນນີດີ ແຫ່ງສະຫະຣັດ ຜູ້ປະເຊີນຫນ້າກັບໂຊວຽດ ແລະ ຈີນ ຊຶ່ງນຳໄປສູ່ສັນຍານາໆຊາດ ຮັບປະກັນຄວາມເປັນກາງຂອງຣາຊອານາຈັກລາວ ທີ່ເຈນີວາ ໃນວັນທີ 23/07/1962:
      ຄລີພກ່ຽວຂ້ອງກັບກອງປະຊຸມເຈນີວາ ວ່າດ້ວຍຄວາມເປັນກາງຂອງລາວ 1962:
      1. 15/03/1961 ສຸພານຸວົງ ນຳວຽດມິນ ໄກສອນ ແລະ ໜູຮັກ ເຂົ້າມາຊຳເໜືອ ລະເມີດສັນຍາສັນຕິພາບ 1954 ruclips.net/video/JysST0OABkY/видео.html
      2. 23/03/1961 ເຄນີດີ ບອກວ່າວຽດມິນລະເມີດຄວາມເປັນກາງຂອງລາວ: ruclips.net/video/PR3uyKka3Pw/видео.html
      3. 31/05/1961 ສຸວັນນະພູມມາ ແລະ ສຸພານຸວົງ ພົບກັບຄຣູເຊຟ ຂອງໂຊວຽດ ເພື່ອຕຽມປະເຊີນໜ້າກັບເມກາ ແລະຝ່າຍຂວາ ທີ່ກອງປະຊຸມ ເຈນີວາ ວ່າດ້ວຍຄວາມເປັນກາງຂອງລາວ 23/07/1962: ruclips.net/video/_kwlMBG6SK4/видео.html
      4. 03/06/1961 ເຄນນີດິ ພົບກັບ ຄຣູເຊຟ ຂອງໂຊວຽດ: ruclips.net/video/EObRDKILR1E/видео.html
      5. 04/06/1961 ເຄນນີດີ ພົບກັບ ຄຣູເຊຟ ວັນສອງ: ruclips.net/video/KRVsko0oJSo/видео.html

    • @laoseri1746
      @laoseri1746  2 месяца назад

      6. 23/07/1962 ການເຊັນສັນຍານາໆຊາດວ່າດ້ວຍຄວາມເປັນກາງຂອງລາວ ruclips.net/video/sLQNS74zMrE/видео.html
      ຈາກວັນນັ້ນມາ ຝ່າຍຊ້າຍສຸພານຸວົງ ລະເມີດສັນຍາ ນຳທະຫານວຽດມິນບຸກລາວໂດຍຕະຫລອດມາ ດັ່ງເຫັນໃນຫລາຍໆຄລີພຕໍ່ມາ ທີ່ຊ່ອງເຮົາໄດ້ລົງລຽງຕາມລຳດັບຂອງວັນເວລາທີ່ມັນເກີດຂື້ນ
      ສະຫລຸບແລ້ວ ຝ່າຍຂວາທີ່ນິຍົມວົງກະສັດເທົ່ານັ້ນ ເປັນຝ່າຍຕໍ່ຕ້ານຄອມມີວນີສຕ ຝ່າຍກາງຂອງສຸວັນນະພູມມາ ແລະ ຝ່າຍຊ້າຍສຸພານຸວົງ ເປັນຝ່າຍຮ່ວມມືກັບສັດຕຣູວຽດມິນ ຊຶ່ງພາໃຫ້ກອງກຳລັງຂອງຣາຊອານາຈັກລາວ ຊຶ່ງມີຝ່າຍຂວາເປັນຫລັກ ບໍ່ແຂງແຮງພໍທີ່ຈະຕໍ່ຕ້ານວຽດມິນ ທີ່ຊາຍແດນລາວ/ວຽດນາມເຫນືອ ເພາະໜອນໃນໃສ້ (ສຸພານຸວົງ ແລະ ສຸວັນນະພູມມາ)
      ຝ່າຍຂວາຂອງເຈົ້າບຸນອຸ້ມ/ນາຍພົນພູມີ ບໍ່ມີໂອກາດໄດ້ໃຊ້ກຳລັງຕໍ່ສູ້ກັບວຽດມິນຢ່າງເຕັມເມັດເຕັມຫນ່ວຍ ແລະຕາມໃຈຕົນເອງ ເພາະຖືກສະຫະຣັດບັງຄັບໃຫ້ຍຸຕິການສູ້ຣົບໂຈມຕີ ແລະເຂົ້າຮ່ວມສັນຍາສັນຕິພາບປີ 1962 ຈາກນັ້ນມາ ຝ່າຍຂວາກໍ່ປະຕິບັດຕາມສັນຍາ ໃນຄະນະທີ່ຝ່າຍຊ້າຍສຸພານຸວົງ ແລະ ວຽດມິນ ລະເມີດສັນຍາ ບຸກໂຈມຕີ ຝ່າຍຂວາ ແລະກາງຕະຫລອດມາ ພາໃຫ້ຝ່າຍຂວາເຫລືອໃຈ ແລະນຳໄປສູ່ການປະຕິວັດຍຶດອຳນາດຈາກສຸວັນນະພູມມາຫລາຍຄັ້ງຕໍ່ມາ ແຕ່ຖືກເມກາຂັດຂວາງໄວ້ ເພື່ອໃຫ້ໂອກາດ ສຸວັນນະພູມມາ ເຈຣະຈາກັບ ສຸພານຸວົງ ແຕ່ຄວາມອ່ອນແອ ຂາດຄວາມແນ່ວແນ່ຂອງສຸວັນນະພູມມາ ຕົນຈິ່ງເສັຍບົດບາດຊັ້ນເຊີງແລະອິດທິພົນໃຫ້ສຸພານຸວົງແລະວຽດມິນເລືີ້ອຍມາ
      ເມື່ອເສິກສົງຄາມມັນຍືດຍາວໄປຫລາຍປີ ຄົນອາແມຣິກັນ ເບີື່ອໜ່າຍສົງຄາມ ເປີດການປະທ້ວງຮຽກຮ້ອງໃຫ້ຣັຖບານສະຫະຣັດຖອນຈາກອິນໂດຈີນ ຊຶ່ງນຳໄປສູ່ການເລືອກຕັ້ງປະທານາທິບໍດີຄົນໃໝ່ ນິກສັນ ທີ່ຕົກລົງຖອນການຊ່ວຍເຫລືອຈາກອິນໂດຈິນ ແລະລາວ ປ່ອຍໃຫ້ສຸວັນນະພູມມາ ແລະ ນ້ອງຊາຍສຸພານຸວົງຕົກລົງກັນເອງ ຊຶ່ງນຳໄປສູ່ການເດີນຂະບວນປະທ້ວງຂອງປະຊາຊົນທີ່ຖືກວຽດມິນແລະລາວແດງຕົວະຍົວະຫລອກລວງ ແລະການສັ່ງປົດອາວຸດຂອງກອງກຳລັງຣາຊອານາຈັກລາວ ໂດຍສຸວັນນະພູມມາ ຄຳສັ່ງທີ່ສ້າງຄວາມເດືອດແຄ້ນໃນກອງກຳລັງຝ່າຍຂວາ ທີ່ຕ້ອງປະລະໜ້າທີ່ ໂຕນໜີຈາກບ້ານເກີດເມືອງນອນ ແລະສ່ວນທີ່ເຫລືອຖືກຈັບໄປຄຸມຂັງ ທໍຣະມານ ແລະປະຫານຊີວິດ ທີ່ຄ້າຍສັມມະນານາຣົກ ດັ່ງເຫັນໃນຄລີພນີ້:
      _ ສູນດັດສ້າງບ້ານນາເປາະ ruclips.net/video/DjlDMStH9Rc/видео.html
      _ ຜົນສະທ້ອນຈາກສັນຍາສັນຕິພາບ ຕອນ 1/2 ໂດຍພັນຕຣີ ຄຳບໍ່ ອຸ່ນນະຣາຊ: ruclips.net/video/gFEwA8v-40A/видео.html
      _ ຜົນສະທ້ອນຈາກສັນຍາສັນຕິພາບ ຕອນ 2/2 ພັນຕຣີ ຄຳບໍ່ ອຸ່ນນະຣາຊ: ruclips.net/video/_q8uqZm7JgY/видео.html

    • @laoseri1746
      @laoseri1746  2 месяца назад

      ຣາຊອານາຈັກລາວຈະເສັຍໄຊໃຫ້ລາວແດງ ແລະ ວຽດມິນບໍ່ ຖ້າເຈົ້າສຸວັນນະພູມມາບໍ່ອອກຄຳສັ່ງໃຫ້ທະຫານຣາຊອານາຈັກລາວປົດອາວຸດ?
      ການສັ່ງປົດອາວຸດກອງທັບຣາຊອານາຈັກລາວໂດຍເຈົ້າສຸວັນນະພູມມາ ໃນວັນທີ 23/05/1975 ບໍ່ໜ້າຈະມີຜົນກະທົບກະເທືອນ (ຊັກຊວນ ຫລື ຍຸຕິ) ການບຸກໂຈມຕີຂອງຝ່າຍຄອມມີວນິສຕ ເພາະໂຊວຽດ ແລະ ຈີນແດງ ເພີ້ມທະວີການຊ່ວຍເຫລືອແກ່ໂຮຈິມິນ ແລະລາວແດງຢ່າງບໍ່ຢຸດຢັ້ງ ແລະຕັ້ງໃຈທີ່ຈະຍຶດຄອງອິນໂດຈີນໃນທຸກຮູບແບບ ເມີນເສີຍຕໍ່ຂໍ້ຕົກລົງໃດໆໃນສັນຍານາໆຊາດ
      ເວລານັ້ນ ກອງກຳລັງຄອມມີວນິສຕຍຶດຄອງຂະເຫມັນ ແລະ ວຽດນາມໃຕ້ໄດ້ແລ້ວ ລາວເປັນປະເທດສຸດທ້າຍໃນອິນໂດຈີນທີ່ເສັຍອຳນາດໃຫ້ຄອມມີວນິສຕ ອັນເນື່ອງມາຈາກສະຫະຣັດຖອນຕົວຈາກສົງຄາມອິນໂດຈີນ:
      _ 20/01/1969 ປະທານາທິບໍດີນິສັນ (Nixon) ຂອງສະຫະຣັດ ເຂົ້າຮັບຕຳແຫນ່ງ ເລີ້ມຕົ້ນດຳເນີນນະໂຍບາຍຍຸຕິສົງຄາມອິນໂດຈີນ ຕັດງົບປະມານ ແລະ ຖອນທະຫານຈາກອິນໂດຈິນ ຕາມຄຳສັນຍາຂອງການໂຄສະນາຫາສຽງເລືອກຕັ້ງກ່ອນໜ້ານັ້ນ
      _ 27/01/1973 ສະຫະຣັດ ວຽດນາມເໜືອ ແລະ ວຽດນາມໃຕ້ ເຊັນສັນຍາສັນຕິພາບທີ່ກຸງປາຣີ ຍຸຕີສົງຄາມໃນວຽດນາມ (Agreement on Ending the War and Restoring Peace in Vietnam"
      _ 21/02/1973 ສຸພານຸວົງ ແລະ ສຸວັນນະພູມມາ ລົງລາຍເຊັນໃນສັນຍາຟື້ນຟູສັນຕິພາບທີ່ວຽງຈັນ ແຕ່ມັນເປັນພຽງການສະແດງລະຄອນເພື່ອປິດບັງເຈດຈຳນົງທີ່ແທ້ຈິງຂອງສຸພານຸວົງ ແລະ ວຽດມິນທີ່ຕ້ອງການຍຶດແຜ່ນດິນລາວ ແລະ ຂ້າລ້າງວົງກະສັດລາວ ປັນຍາຊົນລາວ ດັ່ງທີ່ພວກເຂົາກະທຳຫລັງຈາກລະເມີດສັນຍານີ້ ແລະ ຍຶດອຳນາດໃນວັນທີ 02/12/1975
      _ 17/04/1975 ຂະເຫມັນແດງ ແລະ ຫວຽດມິນ ຍຶດຄອງພະນົມເປັນ
      _ 30/04/1975 ວຽດມິນ ແລະ ວຽດກົງ ລະເມີດສັນຍາປາຣີ ຍຶດຄອງວຽດນາມໃຕ້ໂດຍການໃຊ້ກຳລັງ
      _ 23/05/1975 ເຈົ້າສຸວັນນະພູມມາສັ່ງທະຫານຣາຊອານາຈັກລາວປົດອາວຸດເຂົ້າສາງ
      _ 02/12/1975 ລາວແດງ ແລະ ວຽດມິນ ຍຶດອຳນາດໃນວຽງຈັນ ປ່ຽນປະເທດເປັນ ສປປລາວ
      ເຫດການຂອງໂລກໃນຄະນະນັ້ນ ຊີ້ໃຫ້ເຫັນວ່າຣາຊອານາຈັກລາວບໍ່ອາດຫລີກເວັ້ນການຍຶດຄອງຂອງຄອມມີວນິສຕ ແຕ່ຖ້າກອງທັບຣາຊອານາຈັກລາວບໍ່ຖືກສັ່ງປົດອາວຸດ ມັນກໍ່ຕ້ອງມີການສູ້ຣົບໂຈມຕີ ເສັຍຊີວິດແລະເລືອດເນື້ອ ຊຶ່ງຫລາຍຄົນເຊື່ອວ່າມັນຈະເປັນການຕາຍຢ່າງສົມກຽດຂອງນັກຕໍ່ສູ້ ສົມສັກສີຂອງຄວາມເປັນລາວ ແທນທີ່ຈະຕາຍຢ່າງທໍຣະມານໃນຄະນະທີ່ແຂນຜູກ ມືມັດ ຫລັງຈາກຖືກຫລອກໃຫ້ໄປສຳມະນາ ມີຄຳເລົ່າລືກັນວ່າ ນາຍທະຫານເກົ່າຫລາຍຄົນບໍ່ຍອມຈຳນົນຮ່ວມມືກັບຄອມມີວນິສຕ ແມ່ນແຕ່ຖືກກັກຂັງທໍຣະມານ ແລະ ບາງຄົນຖືກຄອມມີວນິສຕເອົາຈົກສັບຫົວ ສະໝອງກະຈ່າຍໄປທົ່ວ ແລະ ເຫດການທີ່ສະຫຍ່ອງຂວັນທີ່ສຸດ ເກີດຂື້ນໃນສູນສຳມະນາຊຳເໜືອ ເມື່ອອະດີດນາຍທະຫານຣາຊອານາຈັກລາວຫຼາຍຄົນປະທ້ວງຄວາມໂຫດຮ້າຍຂອງລາວແດງ ຫຼັງຈາກຮູ້ຂ່າວວ່າເຈົ້າສີສະວ່າງວັທະນາເສັຍຊີວິດຈາກການກັກຂັງທໍຣະມານຂອງລາວແດງ ເຈົ້າໜ້າທີ່ຮັກສາສູນສຳມະນາຂອງລາວແດງໂຕ້ຕອບການປະທ້ວງໂດຍເອົາໄມ້ຄ້ອນຕີຫົວຜູ້ປະທ້ວງໃຫ້ກະໂຫລກຫົວແຕກ ສະໝອງກະຈ່າຍ ຢ່າງໂຫດຮ້າຍປ່າເຖື່ອນ
      ອິນໂດຈີນໝົດໂອກາດໃນການຕໍ່ຕ້ານຄອມມີວນິສຕໃນປີ 1968 ເມື່ອປະທານາທິບໍດີຈອນສັນ (Johnson) ສິ້ນຫວັງ ຫມົດກຳລັງໃຈໃນການຕໍ່ສູ້ກັບຄອມມີວນິສໃນອິນໂດຈີນ ຊຶ່ງເປັນສົງຄາມທີ່ນຳຄວາມເສັຍຫາຍ ແລະຄວາມຕາຍ ຕໍ່ຊາວອາແມຣິກັນ ນັບວັນນັບຫລາຍຂື້ນ ຊຶ່ງຄວາມເປັນກາງຂອງລາວ ແລະການນຳອ່ອນແອຂອງເຈົ້າສຸວັນນະພູມມາ ອະນຸຍາດໃຫ້ວຽດມິນໃຊ້ດິນລາວ ເປັນທີ່ລີ້ຊ່ອນ ຫລອນໂຈມຕີ ທະຫານເມກັນໃນວຽດນາມໃຕ້ ໄດ້ຢ່າງປອດໄພ ປາສຈາກການໂຕ້ຕອບລົງໂທດສຳຄັນໃດໆຈາກສະຫະຣັດ ຜູ້ທີ່ນັບຖືຄວາມເປັນກາງຂອງລາວ ແລະ ສັນຍານາໆຊາດທີ່ໄດ້ຕົກລົງກັນໄວ້ ແຕ່ຄູ່ຕໍ່ສູ້ ວຽດມິນ ຈີນແດງ ແລະ ໂຊວຽດ ເມີນເສີຍ ຕໍ່ສັນຍານັ້ນ
      ເຈົ້າສຸວັນນະພູມມາ ເຂັ້ມງວດໃນຄວາມເປັນກາງຂອງລາວ ຫ້າມປາມບໍ່ມີໃຫ້ມີທະຫານສະຫະຣັດ ພັນທະມິດຕາວັນຕົກ ແລະວຽດມນາມໃຕ້ ໃນດິນລາວ ແຕ່ປ່ອຍໃຫ້ທະຫານວຽດມິນຕັ້ງຄ້າຍໃນດິນລາວເປັນໜື່ນ ເປັນແສນຄົນ ຊຶ່ງມັນເຮັດໃຫ້ສະຫະຣັດເສັຍປຽບ ຫມົດໂອກາດຕໍ່ສູ້ໂດຍຕຣົງແບບໜ້າຕໍ່ໜ້າກັບວຽດມິນ ແລະ ສຸດສິ້ນເສັ້ນທາງທີ່ຈະປ້ອງກັນອິນໂດຈີນຈາກການຄອບງຳຂອງຄອມມີວນິສຕ ຍິບຍື່ນໄຊຊະນະໃຫ້ວຽດມິນ ຕຣົງກັບຄຳວ່າ "ນັກປຸ້ນໄດ້ກິນຊີ້ນ ນັກສິນໄດ້ກິນແກບ"
      ວຽດມິນຈະບໍ່ມີໂອກາດຍຶດຄອງສາມປະເທດອິນໂດຈິນໄດ້ໂດຍປາສະຈາກການໃຊ້ແຜ່ນດິນລາວ ຄວາມໜ້າດ້ານໃຈມານຂອງຝ່າຍຄອມມີວນິສຕ ແລະ ນະໂຍບາຍຄວາມເປັນກາງ ແລະການນຳຢ່າງປັນຍາອອ່ນ ຄອນແຄນ ຂອງເຈົ້າສຸວັນນະພູມມາ ພາໃຫ້ອິນໂດຈີນຕົກຢູ່ໃນກຳມືຂອງຄອມມີວນິສຕຢ່າງສິ້ນເຊີງ

  • @bigtetecom9064
    @bigtetecom9064 2 года назад

    ລະບອບຄອມມິວນິສ ເຮັດໃຫ້ປະເທດລາວຮຸ່ງເຮືອງເຫຼືອງເຫຼື້ອມມາເຖິງຍຸກປະຈຸບັນ, ປະຊາຊົນຢູ່ດີກິນດີ, ບັນດາລູກໆຫຼານໆ ຮຸ່ນສືບທອດຕ້ອງພາກຫນສືບຕໍ່ພາລະກິດ ແລະ ຮັກສາລະບອບນີ້ໄວ້ ໃຫ້ຊົ່ວກາລະນານ555

    • @laoseri1746
      @laoseri1746  2 года назад +1

      ທຸກຢ່າງຄວນຕັດສິນດ້ວຍຂໍ້ມູນ ຄວາມຈິງ ແລະ ຫຼັກຖານ ດຽວນີ້ລາວເປັນປະເທດທີ່ທຸກຈົນທີ່ສຸດໃນເອເຊັຍ
      _ ທຽບຄວາມຈະເລີນຂອງລາວແລະໄທ ກ່ອນ ແລະ ຫຼັງຈາກປີ 1975 ruclips.net/video/nU2OOdU9fr4/видео.html

    • @laoseri1746
      @laoseri1746  2 года назад +1

      _ ຄຸນຄ່າເງິນກີບ ₭ ແລະເງິນບາດ ฿ ທຽບ $1 ສະຫະຣັດ ປີ 1975-2021 ruclips.net/video/6hOg6NAaQfE/видео.html

    • @laoseri1746
      @laoseri1746  2 года назад +1

      _ ລາຍຮັບຂອງຊາດ (GDP) ລາວທຽບໄທ 1970-2020 ruclips.net/video/NrWCNCuvNII/видео.html

    • @laoseri1746
      @laoseri1746  2 года назад +1

      _ ລາຍຮັບຂອງຊາດຕໍ່ຫົວ (GDP per capita) ລາວແລະໄທ 1990-2020 ruclips.net/video/xoDfMCytkWo/видео.html

    • @laoseri1746
      @laoseri1746  2 года назад +1

      _ ທຽບການສຶກສາຂອງລາວແລະໄທ 1990-2019 ruclips.net/video/yEO67RrQrQ8/видео.html

  • @feverchannel3830
    @feverchannel3830 2 года назад +2

    ท่านเว้าถืกแล้ว ย้อนละบบกานสืกสาคนลาวยังต่ำ และบอ่ได้พัดทะนา

    • @laoseri1746
      @laoseri1746  2 года назад

      ແມ່ນແລ້ວ
      ທຽບລະດັບການສຶກສາຂອງລາວ ແລະ ເພື່ອນບ້ານ ໄທ ruclips.net/video/yEO67RrQrQ8/видео.html

  • @laoseri1746
    @laoseri1746  2 года назад

    ປຽບທຽບລະບົບເສດຖະກິດ ແລະ ລະບົບການເມືອງຂອງ ສປປລາວ ແລະ ຣາຊອານາຈັກລາວ ruclips.net/video/FDGLMgfrej4/видео.html

  • @thongvue5395
    @thongvue5395 2 года назад +3

    Lao dang lie all the times

  • @sonnywinston5146
    @sonnywinston5146 3 месяца назад

    ແມ່ນຄວາມທ່ານ 😅

  • @sony-vw4wi
    @sony-vw4wi 2 года назад +3

    REAL LAOS SPEECH = DISAPEAR
    after 1975 Mafia govern Laos country

  • @ktcmobile84
    @ktcmobile84 3 месяца назад +1

    ສູ່ມື້ນີ້ຄວາມຈີງແມ່ນຄວາມທ່ານສສນີ້ຫມົດ

  • @YajXeeb-p6k
    @YajXeeb-p6k 26 дней назад

    ຢຊຊກໍໄດ້ຕີດຕາມຫຼາຍປະເທດມາມັນບໍ່ຄືຄົນລາວເຮົານີ້ແລ່ຢຊຊຈີງບໍຢັກແຂ່ງແຄງແລ່ຄົນລາວນີ້ຮູ້ແລ້ວຢຊຊສູ່ປັນໃດກໍແລ້ວຄະແໜງອຳໜັກໂຕແອງກໍບໍ່ໄດ້ມີແຕ່ທູກໂຕແອງບໍມີຫຍັງມີມື້ເໜືງຈີເລີດການແທ້ໆແລ່ເວົ້າແຈ້ງໆແນວນີ້

    • @laoseri1746
      @laoseri1746  26 дней назад

      ມີຄວາມໝາຍວ່າແນວໃດ?"

    • @YajXeeb-p6k
      @YajXeeb-p6k 25 дней назад

      @@laoseri1746 ເອົາຄັນບໍ່ຮູ່ຢຊຊດ້ວຍຖົວໂຫຼດບໍຂ້ອຍນີ້ແລະຕັ້ງທູລະກີດສະໜັບສະໜູນແມ່ນຂ້ອຍນີ້ຄັນຢັກຮູ້ຕໍ່ວ່າດ້ວຍເປີດຖົວໂຫຼດນຳພັດລັດແລະລັດທະມົມຕີມື້ນີ້ຢຊຊຈະປີດແລ້ວເດີຄັນມື້ໃດໄດ້ອັດຕາເງີນກີນແລະລົດທີ່ເຮືອນດີນບວນຢູ່ກອນຈີ່ງເປີດແກ້ຂາຍທູກແສງທູກຢາງໃຫ້ຂ້າງເທີງ

  • @SeesoukSouk-j7m
    @SeesoukSouk-j7m 22 дня назад

    ບໍ່ມີໜ້າທີ່ແລ້ວອອກມາເວົ້າບໍ່ມີໃຜງືດຄຳເວົ້າຂີ້ຕົວະພໍໄດ້ລະບາຍຄວາມໂງ່ຂອງໂຕເອງ

    • @laoseri1746
      @laoseri1746  21 день назад

      ໃຜກັນແນ່ທີ່ລະບາຍຄວາມໂງ່ຂອງໂຕເອງ? ຖ້າຄົນສະຫຼາດຈະຮູ້ໄດ້ວ່າ ດຣ. ຄຳເຜີຍກ່າວຄຳປາໄສໃນກອງປະຊຸມສະພາ ໃນວັນທີ 16/06/2011 ຕາມໜ້າທີ່ຂອງຜູ້ແທນປະຊາຊົນ
      ມັນຍັງບໍ່ຊັດເຈນບໍສຳລັບຄົນສະຫຼາດຄືເຈົ້າວ່າ ດຣ. ຄຳເຜີຍ ມີໜ້າທີ່ເປັນຜູ້ແທນປະຊາຊົນ ແລະ ອອກຄຳເຫັນຕາມໜ້າທີ່ຂອງຜູ້ແທນປະຊາຊົນ?
      ເຈົ້າບໍ່ງຶດຄຳເວົ້າຂອງ ດຣ. ຄຳເຜີຍ ເພາະເຈົ້າຮຽນຈົບຊັ້ນສູງຈາກມະຫາວິທະຍາໄລ ຄົວໝາຮ້າໂນຍມາບໍ່?

  • @ເຮືອງລຶດຫົງສາທິລາດ

    ໃຜວ່າຫມາກເລນິນບໍ່ຫວານນັ້ນແມ່ນເບື່ອຈົນລອດຕາຍຈຳໄວ້

    • @laoseri1746
      @laoseri1746  10 месяцев назад

      ຫວານ ຫຼື ບໍ່ຫວານ ກັນແນ່?

  • @beemua4003
    @beemua4003 2 года назад +2

    ແນວຄິດທີ່ກ່າວໜ້ານັບຖືທ່ານ

  • @bombom8166
    @bombom8166 2 года назад

    ประทานคือสิบ่พอใจตามข้อยเบิ่งสายตา

    • @laoseri1746
      @laoseri1746  2 года назад +1

      ພາສາທາງຮ່າງກາຍບອກໃຫ້ຮູ້ຫຼາຍຢ່າງ

  • @somhukinthivixay4657
    @somhukinthivixay4657 2 года назад

    ຄຳເຜີຍປານມະໄລທອງຄວນຖຶກເຂົ້າຄຸກດັດທິແກ້ຕ້ານລັດທິມາກເລນິນໂງ່ບໍ່ສົມຮຽນມາແຕ່ລັດເຊັຍດອກບໍ່ສົມເປັນກຳມະການສູນກາງພັກ

    • @laoseri1746
      @laoseri1746  2 года назад +1

      ເຈົ້າບໍ່ຮູ້ເບາະວ່າລັດທິມາກເລນິນຖືກນຳໃຊ້ໃນໂຊວຽດກ່ອນໝູ່ ແຕ່ຄົນໂຊວຽດເຂົາທຳລາຍມັນຖິ້ມແຕ່ປີ 1991 ພຸ້ນ ເກືອບເຄິ່ງສັດຕະວັດແລ້ວ ເພາະເຫດໃດ?
      ລັດທິນີ້ເກີດຢູ່ຢູໂຣບ ແຜ່ຂະຫຍາຍກືນກິນເກືອບທຸກປະເທດໃນຢູໂຣບຕາວັນອອກ ຮວມທັງເຢັຍລະມັນ ແຕ່ມາເຖິງດຽວນີ້ໍບໍ່ມີປະເທດໃດໃນຢູໂຣບຍັງກາບໄຫວ້ບູຊາມັນອີກແລ້ວ ເພາະເຫດໃດ?
      ເປັນຫຍັງເຈົ້າຈິ່ງຍັງກາບໄຫວ້ບູຊາມັນອີກ? ເພາະເຈົ້າໄດ້ຜົນປະໂຫຍດຈາກມັນ? ເຈົ້ານາຍ ພະນັກງານທີ່ມີໜ້າທີ່ສຳຄັນໄດ້ຮັບຜົນປະໂຫຍດຈາກລັດທິຜະເດັດການນີ້ຈາກການສໍ້ລັດບັງຫຼວງທີ່ປະຊາຊົນບໍ່ມີສິດສຽງຕໍ່ວ່າຕໍ່ຂານ ຕຳນິໄດ້ ເພາະຖືກກຳຈັດປາບປາມ ຈັບໃສ່ຄຸກ ໃສ່ຮ້າຍວ່າຕໍ່ຕ້ານບ້ານເມືອງ ດັ່ງທີ່ເຈົ້າກ່າວຫາ ດຣ. ຄຳເຜີຍໃນເວລານີ້

    • @laoseri1746
      @laoseri1746  2 года назад +1

      ຄວາມແຕກຕ່າງລະຫວ່າງຣາຊະອານາຈັກລາວ ແລະ ສປປລາວ ruclips.net/video/FDGLMgfrej4/видео.html

    • @laoseri1746
      @laoseri1746  2 года назад +1

      ສຸພານຸວົງຖືກຫັກຫຼັງສິ້ນຊາດສູນພັນ ruclips.net/video/81mz5hhO6CM/видео.html